ນອນເດິກ ອັນຕະລາຍສ່ຽງຫຼາຍພະຍາດ

 ັດຈຸບັນ, ຄົນສ່ວນຫຼາຍກຳລັງຜະເຊີນກັບບັນຫາສຸຂະພາບເນື່ອງຈາກການນອນບໍ່ຫຼັບ ແລະການນອນເດິກ, ຊຶ່ງມີສາເຫດມາຈາກຫຼາຍປັດໄຈຖ້າປ່ອຍໄປເລື້ອຍໆແມ່ນຈະເປັນອັນຕະລາຍຕໍ່ຊີວິດ. ທັງນີ້, ຄໍລຳສາລະໜ້າຮູ້ປະຈຳທິດນີ້ຈິ່ງຂໍເປີດເຜີຍເຖິງຜົນກະທົບທີ່ເກີດຈາກການນອນຫຼັບພັກຜ່ອນບໍ່ພຽງພໍ.

ອາລົມບໍ່ດີ: ຊຶ່ງນີ້ກໍຄືຜົນກະທົບໂດຍກົງຕໍ່ສຸຂະພາບຈິດ, ທີ່ສະແດງອອກທາງອາລົມຄື: ມີອາການໝຸດໝັດ, ໃຈຮ້າຍງ່າຍ ແລະ ຫຼົງໆລືມໆ.

ປວດຫົວ: ການວິໄຈແມ່ນຍັງບໍ່ທັນພົບສາເຫດທີ່ຈະເຮັດໃຫ້ເກີດອາການປວດຫົວແຕ່ກໍມີເຖິງ 36-58% ຂອງຄົນທີ່ນອນຫຼັບບໍ່ພຽງພໍ ແລະເມື່ອເຖິວລາຕື່ນຕອນເຊົ້າກໍມີອາການປວດຫົວ.

ລະບົບການຮຽນຮູ້ຫຼຸດລົງ: ຖ້າມີອາການອ່ອນເພຍ ແລະນອນຫຼັບບໍ່ພຽງພໍກໍສັງເກດເຫັນໄດ້ວ່າ: ລະບົບຄວາມຈື່ຈຳ ແລະການຮຽນຮູ້ຫຼຸດຖອຍລົງຢ່າງຊັດເຈນ.

ນໍ້າໜັກຂຶ້ນ: ການນອນເດິກຈະເຮັດໃຫ້ຮໍໂມນໃນຮ່າງກາຍປ່ຽນແປງສົ່ງຜົນໃຫ້ຢາກອາຫານເພິ່ມຂຶ້ນ, ຈິ່ງເປັນສາເຫດໃຫ້ນໍ້າໜັກຕົວເພີ່ມຂຶ້ນ.

ພະຍາດຫົວໃຈ: ຈາກການວິໄຈຜູ້ທີ່ນອນຄົບ 8 ຊົ່ວໂມງຕໍ່ຄືນກັບຜູ້ທີ່ນອນແຕ່ 4 ຊົ່ວໂມງຕໍ່ຄືນ, ຊຶ່ງຄົນກຸ່ມຫຼັງຈະມີອາການຄວາມດັນເລືອດສູງ ແລະສົ່ງຜົນໃຫ້ເປັນພະຍາດຫົວໃຈ.

ຄວາມຮັບຮູ້ຊ້າ ແລະງ່າຍຕໍ່ການຕິດພະຍາດ: ຖ້ານອນຫຼັບບໍ່ພຽງພໍຕໍ່ເນື່ອງໃນໄລຍະຍາວຈະເຮັດໃຫ້ພູມຄຸ້ມກັນຫຼຸດໜ້ອຍລົງ ແລະສ່ຽງຕິດພະຍາດໄດ້ງ່າຍ, ພ້ອມນີ້ກໍຈະສົ່ງຜົນໃຫ້ລະບົບຄວາມຮັບຮູ້ຫຼຸດລົງກວ່າປົກກະຕິ.

ສະມາທິສັ້ນ ແລະສາຍຕາເຊື່ອມ: ຖ້າຫາກນອນຫຼັບບໍ່ພຽງພໍຈະສົ່ງຜົນໃຫ້ສະມາທິສັ້ນ (ຂາດຄວາມອົດທົນ) ລວມເຖິງອາດຈະເກີດປະສາດຫຼອນນຳອີກ.

ຄວາມຈຳເຊື່ອມ: ຖ້າຫາກນອນຫຼັບບໍ່ພຽງພໍກໍຈະເຮັດໃຫ້ເກີດພາວະຄວາມຈຳເຊື່ອມ, ຍິ່ງໃນໄວອາຍຸສູງຖ້າບໍ່ໄດ້ພັກຜ່ອນພຽງພໍກໍຈະມີຄວາມສ່ຽງຫຼາຍຂຶ້ນ.

ດັ່ງນັ້ນ, ຈິ່ງຄວນປັບປຸງເວລານອນໃຫ້ໄວຂຶ້ນ. ພ້ອມນີ້, ກໍຕ້ອງຮັບປະທານອາຫານໃຫ້ຄົບ 5 ໝູ່, ພ້ອມທັງອອກກຳລັງກາຍຢ່າງສະໝໍ່າສະເໝີເພື່ອສຸຂະພາບ ແລະ ຄວາມປອດໄພຂອງຕົວທ່ານເອງ.