ຂ່າວບັນເທີງອອນໄລນ໌ ເສດຖະກິດ-ສັງຄົມ ວັນນີ້, ຂໍອະນຸຍາດນຳສະເໜີຄວາມຄິດເຫັນຂອງນັກວິຊາການດ້ານສິລະປະ-ວັດທະນະທຳຂອງປະເທດໄທ, ໃນເວທີເສວະນາ ຊຶ່ງຈັດຂຶ້ນເມື່ອບໍ່ດົນມານີ້. ໂດຍຄະນະສັງຄົມສາດມະຫາວິທະຍາໄລນະເຣສວນ ແລະຫໍຮູບເງົາ (ອົງການມະຫາຊົນ) ຊຶ່ງຮ່ວມກັນຈັດໃນແບບອອນໄລນ໌ ພາຍໃຕ້ຫົວຂໍ້” ເບິ່ງເລື່ອງຜີ ເຂົ້າໃຈຄົນ ຜ່ານຮູບເງົາອາຊຽນ (Reading ASEAN through Ghost Films)” ສາຍພາບຮູບເງົາຜີອາຊຽນໃຫ້ຜູ້ຊົມໄດ້ເຂົ້າໃຈຫຼາຍຂຶ້ນ.
ຊຶ່ງໃນຈິນຕະນາການຂອງຄົນສ່ວນຫຼາຍຈະເຫັນວ່າ ”ຜີ” ເປັນສິ່ງລີ້ລັບທີ່ໜ້າຢ້ານກົວ, ແຕ່ຖ້າເວົ້າເຖິງຮູບເງົາຜີ; ກໍມີຄົນຈຳນວນບໍ່ໜ້ອຍທີ່ມັກເບິ່ງມັກຊົມ. ຊຶ່ງເມື່ອບໍ່ເທົ່າໃດປີມານີ້, ກໍມີຮູບເງົາແນວຂົ່ມຂວັນຈາກອາຊຽນໂດ່ງດັງຫຼາຍເລື່ອງ.
ເມື່ອເວົ້າເຖິງຄວາມສຳເລັດຂອງຮູບເງົາຜີອາຊຽນ, ກໍຄົງໜີບໍ່ພົ້ນຜົນງານຈໍເງິນ 3 ເລື່ອງຈາກ3ປະເທດຄື ” ບໍ່ມີວັນຈາກ ” (The Long Walk) ຮູບເງົາລາວຂອງ Mattie Do ເຂົ້າສາຍໃນໂຮງເມື່ອປີ 2019 “Roh (Soul)” ຮູບເງົາມາເລເຊຍກຳກັບໂດຍ Emir Ezwan ເຂົ້າສາຍໃນໂຮງຮູບເງົາໃນປີດຽວກັນ ແລະຮູບເງົາໄທເລື່ອງb”ຮ່າງຊົງ” ຂອງບັນຈົງ ປິສັນທະນະກູນ, ຊຶ່ງເຂົ້າສາຍໃນໂຮງເມື່ອປີຜ່ານມາ.
“ໃນຊີວິດຄົນເຮົາ, ລ້ວນໄດ້ຜ່ານການເບິ່ງຮູບເງົາຜີບໍ່ຫຼາຍກໍ່ໜ້ອຍ. ຮູບເງົາຜີຢູ່ໃນພື້ນທີ່ສື່ເອເຊຍຕາເວັນອອກສຽງໃຕ້ມາດົນນານ, ຍິ່ງເມື່ອຮູບເງົາ The Ring ຂອງຍີ່ປຸ່ນທີ່ສ້າງປາກົດການໂດ່ງດັງໄປທົ່ວໂລກກໍຍິ່ງເພີ່ມຄວາມເປັນກະແສໃຫ້ຮູບເງົາຜີຈາກເອເຊຍຕາເວັນອອກ ແລະ ເອເຊຍຕາເວັນອອກສຽງໃຕ້. ຊຶ່ງຮູບເງົາຜີໄດ້ເປັນຕົວແທນ 2 ສິ່ງສຳຄັນໃນຊີວິດມະນຸດຄືຄວາມຢ້ານກົວ ແລະ ຄວາມຕາຍ ”ໂດຍດຣ ອາທິດ ພົງພານິດ ໄດ້ເປີດສາກການສົນທະນາ, ຕາມດ້ວຍທ່ານ ອະນິໄສ ແກ້ວລາ ຜູ້ກຳກັບ, ຕັດຕໍ່, ຂຽນບົດ, ຜູ້ອຳນວຍການສ້າງຮູບເງົາຈາກ ສປປ ລາວ ໂດຍໄດ້ເລົ່າເຖິງການເບິ່ງຮູບເງົາຜີໃນປະເທດລາວວ່າ ”ເບິ່ງຈາກວັດທະນະທຳພາສາລາວກັບ ພາສາໄທ ກໍບໍ່ໄດ້ແຕກຕ່າງກັນ, ຖ້າຮູບເງົາແບບໃດທີ່ຄົນໄທນິຍົມກໍຈະໄດ້ຮັບຄວາມນິຍົມໃນປະເທດລາວດ້ວຍ. ຮູບເງົາທີ່ຮຽກເງິນໃນລາວມີທັງແບບໂຣແມນຕິກ,ຕະຫຼົກ ແລະຮູບເງົາຜີ. ຊຶ່ງກໍບໍ່ຕ່າງຈາກສັງຄົມໄທ, ໃນນັ້ນຮູບເງົາຜີທີ່ໂດ່ງດັງ ແລະຮຽກເງິນໄດ້ສູງສຸດແມ່ນຮູບເງົາຜີຕະຫຼົກທີ່ສ້າງເງິນໄດ້ເຖິງ 4 ລ້ານບາດ (ສະກຸນເງິນໄທ) ເຖິງຈະເປັນລາຍຮັບຈຳນວນໜ້ອຍ; ແຕ່ຖ້າຫາກທຽບໃສ່ຕະຫຼາດຮູບເງົາໃນລາວກໍ່ຖືວ່າຫຼາຍ ແລະ ຖືວ່າປະສົບຄວາມສຳເລັດສູງ, ສ່ວນຮູບເງົາຕ່າງປະເທດທີ່ຮຽກເງິນໄດ້ຫຼາຍກໍ່ຄື ມາຣ໌ເວລ”.
ໂດຍທ່ານ ອະນິໄສ ກໍ່ໄດ້ເລົ່າຕື່ມວ່າ ”ຄົນລາວແລະຄົນໄທມີຄວາມເຊື່ອເລື່ອງຜີຄ້າຍຄືກັນ, ດັ່ງຄວາມເຊື່ອທີ່ວ່າເຮົາເປັນຄົນຮັບສານຈາກຜີ ເຊັ່ນ ໄດ້ຍິນສຽງແວ້ວໆ, ໄດ້ກິ່ນແປກໆ, ຝັນວ່າເຂົາຢາກໃຫ້ເຮັດນັ້ນເຮັດນີ້, ຜີເປັນສິ່ງທີ່ຈັບຕ້ອງບໍ່ໄດ້ ແລະ ບໍ່ມາໂຕ້ຕອບເໝືອນກັບໃນຮູບເງົາ “ບໍ່ມີວັນຈາກ The Long Walk”. ນີ້ຄືເຫດຜົນທີ່ວ່າເປັນຫຍັງຄົນລາວຈຶ່ງມັກເບິ່ງ ແລະຢ້ານກົວຮູບເງົາຜີໄທ?ນັ້ນກໍເພາະວັດທະນະທຳທີ່ໃກ້ຄຽງກັນນັ້ນເອງ, ເຮົາບອກວ່າເຮົາເປັນປະເທດພຸດເໝືອນກັນ; ແຕ່ວິທີປະຕິບັດເປັນ animism (ວິນຍານນິຍົມ) ຫຼາຍປົນກັນຈົນແຍກບໍ່ອອກ”.
ຈາກ ສປປ ລາວ ຂ້າມໄປສູ່ເພື່ອນບ້ານທາງຕອນໃຕ້ ”ຊົງ ລີ ໂຢວ (Chong Lee Yow) ຈາກຄະນະສິລປະ ປະຍຸກ ແລະສ້າງສັນມະຫາວິທະຍາໄລມາເລເຊຍຊາຣາວັຄ, ກໍໄດ້ກ່າວເຖິງຕະຫຼາດຮູບເງົາໂດຍລວມຂອງມາເລເຊຍວ່າ ”ຮູບເງົາຮຽກເງິນ 50 ອັນດັບທຳອິດເປັນຮູບເງົາແອຄຊັນ 15 ເລື່ອງ, ຮູບເງົາຜີ 8 ເລື່ອງ, ຮູບເງົາຊີວິດ 10ເລື່ອງ, ຕະຫຼົກ 12 ເລື່ອງ, ແອນິເມຊັນ 5 ເລື່ອງ. ໃນຮູບເງົາຜີ8ເລື່ອມີ 4 ເລື່ອງຮຽກເງິນໄດ້ຫຼາຍກວ່າ 10 ລ້ານຣິງກິຕ (ສະກຸນເງິນມາເລເຊຍ) ຫຼື ປະມານ 80ລ້ານບາດ (ສະກຸນເງິນໄທ) ໃນທ໊ອປໄຟວ໌ຮູບເງົາສ້າງເງິນອັນດັບ 1 ເປັນຮູບເງົາຜີ ຮຽກເງິນໄດ້ 38 ລ້ານຣິງກິຕ, ອັນດັບ 2 ເປັນຮູບເງົາຜີຕະຫຼົກ. ໂດຍລວມຄົນມາເລເຊຍກໍ່ມັກເບິ່ງຮູບເງົາຜີ; ແຕ່ຮູບເງົາແອຄຊັນ ”ມາຣ໌ເວລ” ກໍ່ຄອບຄອງຕະຫຼາດຢູ່ດີ.
ນັກວິຊາການທ່ານນີ້ໄດ້ຍົກຕົວຢ່າງຄວາມເຊື່ອເລື່ອງຜີໃນມາເລເຊຍ ເຊັ່ນ ເມື່ອມີຂ່າວເດັກອາຍຸ 15 ປີຫາຍຕົວໄປ, ຕ້ອງໃຫ້ຮ່າງຊົງຊ່ວຍຫາ ຫຼື ແມ່ນແຕ່ອຸບັດເຫດຍົນມາເລເຊຍແອຣ໌ໄລນ໌ MH370 ທີ່ຫາຍໄປຢ່າງໄຮ່ຮ່ອງຮອຍ, ກໍມີຂ່າວວ່າມາເລເຊຍໃຊ້ການກຳຈັດຜີຮ້າຍເພື່ອໃຫ້ເຈົ້າໜ້າທີ່ຄົ້ນຫາຍົນ. ຊຶ່ງຂ່າວລືນີ້ສະທ້ອນໃຫ້ເຫັນວ່າແມ່ນແຕ່ປະເທດທີ່ຄົນສ່ວນໃຫຍ່ນັບຖືສາສໜາອິສລາມ; ແຕ່ເບື້ອງເລິກກໍ່ຍັງມີຄວາມເຊື່ອຄ້າຍຄືກັບຄົນໄທ, ຊຶ່ງໃນພື້ນທີ່ສ່ວນຕົວອາດແຝງໄວ້ດ້ວຍຄວາມເຊື່ອກ່ຽວກັບພູດຜີ.
ທາງດ້ານ ທ່ານນາງ ຣາເຊລວີ ແຮຣ໌ຣິສັນ ຈາກສຳນັກພາສາວັດທະນະທຳ ແລະ ພາສາສາດວິທະຍາໄລບູຣະພັກສຶກສາ ແລະການສຶກສາແອຟຣິກາ ມະຫາວິທະຍາໄລລອນດອນ,ຜູ້ຊ່ຽວຊານດ້ານຮູບເງົາໄທ ແລະວັດທະນະທຳໄທສຶກສາ,ຊຶ່ງເປັນຊາວຕາເວັນຕົກຄົນດຽວຂອງເວທີເສວະນາຄັ້ງນີ້ກໍຍອມຮັບວ່າມີຄວາມສົນໃຈຮູບເງົາຜີໄທ ເພາະໃນສາຍຕາຄົນຕ່າງຊາດນັ້ນ,ປະເທດໄທນັບຖືສາສໜາພຸດ ເລີຍຮູ້ສຶກແປກໃຈວ່າເປັນຫຍັງຄົນໄທມັກເບິ່ງຮູບເງົາຜີ ທັງໆທີ່ສາສໜາພຸດບໍ່ກ່ຽວກັບຜີ.
ຣາເຊລ ເລົ່າຕໍ່ວ່າ ຮູບເງົາຜີເມນສຕຣີມຈາກອາຊຽນ, ເມື່ອໄປສາຍໃນຢູໂຣປຈະບໍ່ໄດ້ສາຍໃນໂຮງທົ່ວໄປ, ໄດ້ສາຍສະເພາະໃນງານເທສະການ ເຊັ່ນ London Film Festival ຮູບເງົາໄທທີ່ໄປສາຍໃນໂຮງທົ່ວໄປຄືຮູບເງົາຂອງ ອະພິຊາດພົງ ວິຣະເສດຖະກຸນ (ແຕ່ໃນໄທຮູບເງົາຂອງອະພິຊາດພົງ ສາຍໃນໂຮງສະເພາະ) ນາງໄດ້ເບິ່ງຮູບເງົາເລື່ອງນາງນາກເມື່ອປີ 1999 ຊຶ່ງໄດ້ຮັບຄວາມນິຍົມຫຼາຍ. ຫຼັງຈາກນັ້ນກໍ່ມີຮູບເງົາຜີອາຊຽນໄປສາຍໃນເທສະການຮູບເງົາລອນດອນທຸກປີ, ເມື່ອຈົບເທສະການ, ຮູບເງົາເຫຼົ່ານັ້ນກໍ່ຖືກອັດລົງແຜ່ນ ແລະ ໂຄສະນາວ່າເປັນ Asian Extreme (ລວມຍີ່ປຸ່ນ, ເກົາຫຼີ, ຈີນ).
ສ່ວນ ດຣ ນັນທະນຸດ ອຸດົມລະມຸນ ຈາກຄະນະມະນຸດສາດ ມະຫາວິທະຍາໄລກະເສດສາດກໍ່ໄດ້ກ່າວວ່າຜີຄືອະດີດທີ່ຕາມຫຼອກຫຼອນບໍ່ຍອມຈາກໄປ, ອະດີດທີ່ລ່ອງລອຍຢູ່ຮອບຕົວເຮົາບາງຄັ້ງເປັນອະດີດທີ່ເຮົາບໍ່ຢາກຈົດຈຳ ຫຼືເປັນຄວາມຊົງຈຳທີ່ຖືກກົດທັບ, ເປັນປະຫວັດສາດຂອງຄົນທີ່ຖືກກະທຳ. ຜີເໝືອນການສະທ້ອນສຽງນັ້ນໃຫ້ເຮົາເຫັນຜີມີຕົວຕົນຢູ່, ຜີຄືອະດີດທີ່ມາຂັດຈັງຫວະຄວາມປົກກະຕິຂອງປັດຈຸບັນທີ່ດຳເນີນໄປບໍ່ໄດ້ຖ້າບໍ່ປາບຜີເສຍກ່ອນ.
ນັ້ນຄືມູມມອງຂອງນັກວິຊາການທີ່ມີຕໍ່ຮູບເງົາຜີອາຊຽນ; ຂະນະທີ່ຜູ້ຂຽນບົດນີ້ກໍໃຫ້ທັດສະນະວ່າເຖິງແມ່ນຄົນສ່ວນໃຫຍ່ຈະຢ້ານຜີ, ແຕ່ແທ້ຈິງແລ້ວກ່ອນຈະເປັນຜີຄົນເຮົາຕ້ອງຕາຍກ່ອນ. ຄວາມຕາຍເປັນສິ່ງທີ່ມະນຸດໜີບໍ່ພົ້ນ ແລະເຖິງແມ່ນວ່າສາສໜາບໍ່ໄດ້ບັນຍັດເລື່ອງເໜືອທຳມະຊາດແບບນີ້ໄວ້, ແຕ່ທຸກວັດທະນະທຳລ້ວນມີຄວາມເຊື່ອ ແລະຢ້ານກົວຜີເພາະຢ່າງໜ້ອຍເຮົາທຸກຄົນກໍ່ຢ້ານຕາຍຄືກັນ.