ລາວ-ໄທ ຫາລືລະດັບລັດຖະມົນຕີ ເພື່ອຄວບຄຸມຢາເສບຕິດ

ກອງປະຊຸມສອງຝ່າຍ ລາວ-ໄທ ລະດັບລັດຖະມົນຕີ ວ່າດ້ວຍການຮ່ວມມືເພື່ອຄວບຄຸມຢາເສບຕິດ ຄັ້ງທີ 18 ຊຶ່ງຈັດໂດຍຫ້ອງການກວດກາ ແລະ ຄວບຄຸມຢາເສບຕິດ, ກົມໃຫຍ່ຕໍາຫຼວດ ກະຊວງປ້ອງກັນຄວາມສະຫງົບ ສປປ ລາວ ແລະ ສໍານັກງານປ້ອງກັນ ແລະ ປາບປາມຢາເສບຕິດ ກະຊວງຍຸຕິທໍາ ຣາຊະອານາຈັກໄທ, ເມື່ອວັນທີ 4 ມີນາ 2022 ທີ່ນະຄອນຫຼວງວຽງຈັນ. ຝ່າຍລາວເຂົ້າຮ່ວມໂດຍ ພົຕ ທອງເຫຼັກ ມັງໜໍ່ເມກ ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ຫົວໜ້າຄະນະຊີ້ນໍາວຽກງານກວດກາ ແລະ ຄວບຄຸມຢາເສບຕິດ, ຝ່າຍຣາຊະອານາຈັກໄທເຂົ້າຮ່ວມໂດຍ ທ່ານ ສົມສັກ ເທບສຸທິນ ລັດຖະມົນຕີກະຊວງຍຸຕິທໍາ, ມີຕາງໜ້າຈາກບັນດາກົມ-ກອງ, ກອງບັນຊາການ ປກສ ແຂວງທີ່ມີຊາຍແດນຕິດຈອດ ແລະ ພະນັກງານກ່ຽວຂ້ອງ.

ໂດຍຄະນະຜູ້ແທນທັງສອງຝ່າຍ, ໄດ້ແລກປ່ຽນຄໍາຄິດເຫັນໃນແຕ່ລະບັນຫາທີ່ເຫັນວ່າຈະມີຜົນປະໂຫຍດໃຫ້ກັບສອງປະເທດລາວ-ໄທ, ໄທ-ລາວ. ເປັນຕົ້ນແມ່ນການແລກປ່ຽນຂໍ້ມູນຂ່າວສານ, ການຮ່ວມມືຂອງຫ້ອງການປະສານງານຄວບຄຸມຢາເສບຕິດຕາມຊາຍແດນທັງສອງປະເທດ, ຄວາມຮ່ວມມືໃນການບໍາບັດປິ່ນປົວຜູ້ຕິດຢາເສບຕິດ, ການຮ່ວມມືໃນການສໍາຫຼວດ ແລະ ຈັດສັນອາຊີບທົດແທນການປູກພືດທີ່ມີສານເສບຕິດ, ການຮ່ວມມືປະຕິບັດໂຄງການແມ່ນໍ້າຂອງປອດໄພ ໂດຍສະເພາະແມ່ນການປະຕິບັດແຜນການ 1511 ແລະ ການຮ່ວມມືເພື່ອສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດຕາມຊາຍແດນຂອງສອງປະເທດ ແລະ ອື່ນໆ. ທັງທົບທວນຄືນຜົນການຈັດຕັ້ງປະຕິບັດບົດບັນທຶກກອງປະຊຸມສອງຝ່າຍ ລາວ-ໄທ ລະດັບລັດຖະມົນຕີ ວ່າດ້ວຍການຮ່ວມມືເພື່ອຄວບຄຸມຢາເສບຕິດ ຄັ້ງທີ 17 ທີ່ຣາຊະອານາຈັກໄທ ເປັນເຈົ້າພາບ.

ພາຍຫຼັງສໍາເລັດການດໍາເນີນກອງປະຊຸມ, ຄະນະຜູ້ແທນທັງສອງຝ່າຍ ລາວ-ໄທ ກໍໄດ້ເຂົ້າຢ້ຽມຂໍ່ານັ ທ່ານ ພັນຄໍາ ວິພາວັນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ເພື່ອລາຍງານຜົນການດໍາເນີນກອງປະຊຸມຄັ້ງນີ້ ໂດຍສະເພາະແມ່ນແຜນການສືບຕໍ່ຮ່ວມມືເພີ່ມທະວີວຽກງານຄວບຄຸມຢາເສບຕິດ, ເປັນຕົ້ນແມ່ນດ້ານການແລກປ່ຽນຂໍ້ມູນຂ່າວສານ, ການສືບຕໍ່ຮ່ວມມືຂອງຫ້ອງການປະສານງານຄວບຄຸມຢາເສບຕິດຕາມຊາຍແດນທັງສອງປະເທດ ລາວ-ໄທ ໃຫ້ມີຄວາມຮັດກຸມ, ເຂັ້ມງວດ, ວ່ອງໄວ ແລະ ຊັດເຈນຍິ່ງຂຶ້ນ.