ສປປ ລາວ ຍົກການພັດທະນາຄູ ເຊີດຊູບົດບາດຍິງ-ຊາຍ

ລັດຖະບານ ແຫ່ງ ສປປ ລາວ, ໂດຍກະຊວງສຶກສາທິການ ແລະ ກລາ ຮ່ວມກັບ ສະຖານເອກອັກຄະລັດຖະທູດອອສເຕຣເລຍ ປະຈຳ ສປປ ລາວ, ໄດ້ຈັດງານສະເຫຼີມສະຫອງວັນແມ່ຍິງສາກົນ ຄົບຮອບ 112 ປີ ໃນຫົວຂໍ້ ຄວາມສະເໝີພາບໃນມື້ນີ້ ຄືຄວາມຍືນຍົງໃນມື້ໜ້າເພື່ອປູກຈິດສຳນຶກ ແລະ ສ້າງຄວາມເຂົ້າໃຈໃນຄວາມສຳຄັນຂອງການສົ່ງເສີມຄວາມສະເໝີພາບດ້ານບົດບາດຍິງ-ຊາຍ, ທັງເປັນການສະເຫຼີມສະຫອງ ແລະ ຊົມເຊີຍກົມສ້າງຄູ, ຄູຝຶກຂັ້ນແຂວງ ທີ່ບັນລຸເປົ້າໝາຍໃນການຈັດ ຕັ້ງປະຕິບັດວຽກງານດ້ານບົດບາດຍິງ-ຊາຍ ແລະ ປັບປຸງທີມງານຄູຝຶກຂັ້ນແຂວງ, ເນັ້ນໃສ່ການປະ ກອບສ່ວນຂອງຄູຝຶກຕົວແບບເພດຍິງ ທີ່ຊ່ວຍສ້າງແຮງບັນດານໃຈ ແລະ ຊຸກຍູ້ໃຫ້ແມ່ຍິງມີບົດບາດຫາຍຂຶ້ນ.

ກິດຈະກຳດັ່ງກ່າວຈັດຂຶ້ນໃນວັນທີ 2 ມີນາ 2022 ທີ່ນະຄອນຫວງວຽງຈັນ, ໂດຍການເຂົ້າຮ່ວມຂອງ ທ່ານ ພຸດ ສິມມາລາວົງ ລັດຖະມົນຕີກະຊວງສຶກສາທິການ ແລະ ກີລາ, ທ່ານ ໂພລ ແຄລີ ເອກອັກຄະລັດຖະທູດອອສເຕຣເລຍ ປະຈຳ ສປປ ລາວ, ມີຄະນະວິຊາການຈາກກົມສ້າງຄູ, ພະແນກສຶກສາທິການ ແລະ ກລາແຂວງ ແລະ ຄູຝຶກຫຼັກແຫຼ່ງຈາກທົ່ວປະເທດເຂົ້າຮ່ວມ.

ທັງນີ້, ລັດຖະມົນຕີກະຊວງສຶກສາທິການ ແລະ ກລາ ໄດ້ກ່າວວ່າ: ເພື່ອສະເຫຼີມສະຫອງວັນແມ່ຍິງສາກົນ ພ້ອມທັງສະແດງຄວາມຊົມເຊີຍຕໍ່ກົມສ້າງຄູ ແລະ ຄະນະກຳມະການຄັດເລືອກຢູ່ໃນຂັ້ນແຂວງ, ທີ່ໄດ້ບັນລຸຄວາມຄືບໜ້າວຽກງານດ້ານຄວາມສະເໝີພາບຍິງ-ຊາຍ ໃນທີມງານຄູຝຶກອົບຮົມ. ວຽກງານດ້ານບົດບາດຍິງ-ຊາຍ ແລະ ການສຶກສາຮຽນຮ່ວມ ແມ່ນບລິມະສິດພາຍໃຕ້ແຜນພັດທະນາຂະແໜງການສຶກສາ ຄັ້ງທີ 9. ໃນນີ້, ເພື່ອບັນລຸເປົ້າໝາຍການສ້າງຄູຝຶກເພດຍິງໃຫ້ຫາຍຂຶ້ນ ຈິ່ງຮຽກຮ້ອງໃຫ້ແຕ່ລະແຂວງຕ້ອງບັນລຸເປົ້າໝາຍດ້ານບົດບາດຍິງ-ຊາຍ, ເປັນຕົ້ນແມ່ນການເພີ່ມຈຳນວນຄູຝຶກເພດຍິງໃຫ້ໄດ້ 10% ຫຼື ບັນລຸຄວາມສະເໝີພາບຂອງຄູຝຶກເພດຍິງ-ເພດຊາຍ ໃຫ້ໄດ້ 50%. ທັງນີ້, ອັດຕາສ່ວນຂອງທີມງານຄູຝຶກເພດຍິງຂັ້ນແຂວງໃນທຸກໆແຂວງແມ່ນເພີ່ມຂຶ້ນຈາກ 40% ເປັນ 45% ໃນປີ 2022-2023, ແຕ່ໃນຈຳນວນ 18 ແຂວງມ່ນມີພຽງ 11 ແຂວງທີ່ສາມາດບັນລຸໄດ້ຕາມເປົ້າໝາຍວຽກງານດ້ານບົດບາດຍິງ-ຊາຍ. ປັດຈຸບັນ, ທີມງານຄູຝຶກທີ່ສົມດລະຫວ່າງເພດຍິງ-ເພດຊາຍ ກໍມີຫາຍຂຶ້ນ, ໂດຍມີຄູຝຶກຫຼັກແຫຼ່ງຈໍານວນ 63 ຄົນ ແລະ ຄູຝຶກຂັ້ນແຂວງທັງໝົດ 632 ຄົນ ຊຶ່ງມາຈາກທຸກໆເມືອງໃນທົ່ວປະເທດ.

ະນະທີ່ ເອກອັກຄະລັດຖະທູດອອສເຕຣເລຍ ປະຈຳ ສປປ ລາວ, ກໍໄດ້ກ່າວວ່າ: ລັດຖະບານອອສເຕຣເລຍ ແລະ ລັດຖະບານ ສປປ ລາວ, ມີເປົ້າໝາຍຮ່ວມກັນໃນການສົ່ງເສີມການສຶກສາເພື່ອໝົດທຸກຄົນ, ໂດຍຜ່ານກິດຈະກຳຕ່າງໆທີ່ພວກເຮົາໄດ້ໃຫ້ການສະໜັບສະໜູນວຽກງານດ້ານບົດບາດຍິງ-ຊາຍ ແລະ ການສຶກສາຮຽນຮ່ວມ, ຢູ່ໃນອຸປະກອນສື່ການຮຽນ-ການສອນຂອງຫຼັກສູດຊັ້ນປະຖົມສຶກສາ ແລະ ການຝຶກອົບຮົມຄູ ເພື່ອສົ່ງເສີມໃຫ້ເຂົາເຈົ້າເປັນຄູຝຶກທີ່ຫ້າວຫັນ ແລະ ເປັນຕົວແບບທີ່ດີ ເພື່ອສົ່ງເສີມຄວາມກ້າວໜ້າ ແລະ ການຮຽນຮູ້. ຊຶ່ງເຊື່ອວ່າການເພີ່ມຂຶ້ນຂອງຄູຝຶກຫຼັກແຫຼ່ງ ແລະ ຄູຝຶກຂັ້ນແຂວງທີ່ເປັນເພດຍິງ ຈະຊ່ວຍສ້າງແຮງຈູງໃຈໃຫ້ແມ່ຍິງຄົນອື່ນໆ.