ສຕລ ກຽມຄວາມພ້ອມໃຫ້ກຳມະການຕັດສິນ ເສິກ ເປບຊີ ລາວລີກ 1

ສະຫະພັນບານເຕະແຫ່ງຊາດລາວ (ສຕລ) ໄດ້ຈັດຝຶກອົບຮົມກຳມະການຕັດສິນ, ເພື່ອກຽມຄວາມພ້ອມໃຫ້ແກ່ການແຂ່ງຂັນເຕະບານລາຍການ ເປບຊີ ລາວລີກ 1 ປະຈຳປີ 2022. ສຳລັບວາລະການຝຶກອົບຮົມຄັ້ງນີ້, ຈັດຂຶ້ນໃນລະຫວ່າງວັນທີ 1-3 ມີນາ 2022.

ເຂົ້າຮ່ວມໃນພິທີເປີດຊຸດຝຶກອົບຮົມໂດຍ ທ່ານ ໄຊປະເສີດ ພົງຊະນິດ ຫົວໜ້າພະແນກກຳມະການຕັດສິນ ສຕລ (ວິທະຍາກອນ) ແລະ ທ່ານ ທອງປະເສີດ ພອນສິຣິຍະວົງ ຫົວໜ້າຫ້ອງການນິຕິກຳ ສຕລ (ວິທະຍາກອນ), ໂດຍມີຜູ້ປະເມີນກຳມະການຕັດສິນ ແລະ ນັກສຳມະກອນທີ່ເປັນກຳມະການຕັດສິນ ເຂົ້າຮ່ວມທັງໝົ42 ຄົນທີ່ມາຈາກ ສະຫະພັນບານເຕະແຫ່ງຊາດລາວ, ມະຫາວິທະຍາໄລແຫ່ງຊາດລາວ, ກະຊວງປ້ອງກັນຄວາມສະຫງົບ, ກະຊວງປ້ອງກັນປະເທດ, ຫ້ອງການສຶກສາທິການ ແລະ ກລາ ເມືອງໄຊເຊດຖາ, ມໍປາຍ ໂນນສະຫວ່າງ, ມສ ຈັນທະບູລີ, ມສ ປາດຖະໜາ, ມສ ອານຸ, ໂຄສະນາອົບຮົມສູນກາງພັກ, ມສ ຈັນທະບູລີ, ແຂວງສະຫວັນນະເຂດ, ຫຼວງພະບາງ, ຈຳປາສັກ, ອຸດົມໄຊ, ຄໍາມ່ວນ ແລະ ແຂວງວຽງຈັນ.

ຫົວໜ້າພະແນກກຳມະການຕັດສິນ ສຕລ ກໍໄດ້ກ່າວວ່າ: ການຝຶກອົບຮົມຄັ້ງນີ້, ແມ່ນເພື່ອກະກຽມຄວາມພ້ອມໃຫ້ແກ່ການແຂ່ງຂັນເຕະບານ ເປບຊີ ລາວລີກ 1 ປະຈຳປີ 2022, ຊຶ່ງກຳມະການຕັດສິນ ຈະໄດ້ສຶກສາກ່ຽວກັບກົດລະບຽບຂອງຟີຟາ ທີ່ປັປຸງໃໝ່, ຮຽນຮູ້ກ່ຽວກັບກະຕິກາແຂ່ງຂັນ, ຮູ້ນໍາໃຊ້ກະຕິກາໃຫ້ຖືກຕ້ອງ ແລະ ເໝາະສົມກັບການແຂ່ງຂັນໃນແຕ່ລະນັດ. ໂດຍນັກສຳມະກອນ,ຈະໄດ້ຮຽນຮູ້ທາງດ້ານທິດສະດີ ແລະ ການປະຕິບັດຕົວຈິງ ເພື່ອແກ້ໄຂ້ປັບປຸງຂໍ້ຜິດພາດທີ່ຜ່ານມາ.ພ້ອມນັ້ນ, ກໍຈະໄດ້ທົດສອບພະລະກຳລັງເພື່ອຄັດເລືອກກຳມະການຕັດສິນການແຂ່ງຂັນ ເປບຊີ ລາວລີກ 1 ປີ 2022 ຊຶ່ງໃນແຕ່ລະນັດຈະໃຊ້ກໍາມະການຕັດສິນທັງໝົ6 ຄົນ.

ສຳລັບການແຂ່ງຂັນເຕະບານ ເປບຊີ ລາວລີກ 1 ປະຈຳປີ 2022 ມີ 7 ທີມເຂົ້າຮ່ວມຄືສະໂມສອນ ຊ້າງນ້ອຍ, ສະໂມສອນ ກອງທັບ, ສະໂມສອນ ວຽງຈັນ, ສະໂມສອນ ເອສຣາ, ສະໂມສອນ ມາສເຕີ້ ເຊເວັ້ນ, ສະໂມສອນ ຫຼວງພະບາງ ແລະສະໂມສອນ ຈຳປາສັກ.