ຄວາມເຊື່ອຂອງຄົນບູຮານເລື່ອງການສັກລາຍ

  ການສັກລາຍ ຫຼື ສັກຍັນເປັນອີກຄວາມເຊື່ອຖືໄສຍະສາດຂອງ ຄົນບູຮານໃນສະໄໝກ່ອນ, ຊຶ່ງຜູ້ທີ່ໄດ້ສັກລາຍຈະມີໜັງໜຽວຟັນແທງ ແລະຍິງບໍ່ເຂົ້າ.ປະເທດລາວເຮົາກໍເປັນປະເທດໜຶ່ງທີ່ມີຄວາມເຊື່ອໄສຍະສາດຫຼາຍ ໂດຍສະເພາະໃນສະໄໝກ່ອນຄົນ ກັບຄວາມເຊື່ອແມ່ນແຍກກັນບໍ່ອອກ ເລີຍ, “ການສັກຍັນ ຫຼື ສັກລາຍ” ກໍເປັນອີກຄວາມເຊື່ອໜຶ່ງຂອງຄົນ ສະໄໝນັ້ນ ໂດຍຄົນສ່ວນຫຼາຍທີ່ມີ ລາຍສັກຈະເປັນທະຫານການສັກ ລາຍກໍເພື່ອເປັນການຈໍາແນກກົມກອງທີ່ທະຫານສັງກັດຢູ່, ຕໍ່ມາກໍ ໄດ້ມີການສັັກໃນຄວາມເຊື່ອວ່າ: ແຕ່ ລະລາຍທີ່ສັກນັ້ນຄືສິ່ງສັກສິດຄຸ້ມ ຄອງຜູ້ທີ່ຖືກສັກໃຫ້ປອດໄພຈາກອັນຕະລາຍ, ຈາກສັດຕູ ໂດຍການຝັງຍັນ (ເຊື່ອວ່າເປັນຂອງທີ່ສັກສິດ) ເຂົ້າໄປໃນລາຍທີ່ສັກເຊັ່ນ: ໃນສະໄໝສົງ ຄາມທີ່ຕ້ອງມີການສູ້ຮົບກັບສັດຕູ ນັ້ນກ່ອນຈະອອກໄປສູ້ຮົບທະຫານທຸກຄົນຈະຕ້ອງມີສິ່ງສັກສິດ ຫຼື ເຄື່ອງຂອງທີ່ເອົາໄວ້ປ້ອງກັນຕົວ, ການສັກລາຍກໍເປັນອີກວິທີ່ໜຶ່ງທີ່ ຄົນສະໄໝນັ້ນນິຍົມໃຊ້ເພື່ອໃຫ້ຕົວ ເອງມີໜັງໜຽວ ຟັນ, ແທງ ແລະ ຍິງບໍ່ເຂົ້າເປັນຕົ້ນ. ສະໄໝກ່ອນຄົນທີ່ສາມາດສັກລາຍໃຫ້ຄົນອື່ນຕ້ອງ ແມ່ນພຣະສົງ ຫຼື ຜູ້ອະວຸໂສທີ່ຮຽນຈົບວິຊາດ້ານນີ້ມາ ໂດຍສະເພາະທີ່ເປັນຄູບາອາຈານ ອຸປະກອນທີ່ໃຊ້ ແມ່ນເຫຼັກປາຍແຫຼມຍາວໆສັກລົງເທິງຜິວໜັງການສັກລາຍນັ້ນມີສອງ                ປະເພດຄື: ການສັກນໍ້າເມິກ ແລະສັກນໍ້າມັນ.

  ມາຮອດສະໄໝປະຈຸບັນນີ້ການ ສັກລາຍມີຢ່າງຫຼວງຫຼາຍເພາະຖື ກັນວ່າເປັນສິລະປະອີກຢ່າງໜຶ່ງໄປ ແລ້ວສັກເພື່ອຄວາມງາມ ແລະ ຄວາມມັກອຸປະກອນການສັກກໍໄດ້ວິວັດໄປຕາມການປ່ຽນແປງຂອງສັງຄົມດຽວນີ້ຈະມີເຄື່ອງຈັກທີ່ໃຊ້ສໍາລັບສັກລວດລາຍຕ່າງໆລົງເທິງຜິວໜັງຜູ້ທີ່ສັກສ່ວນຫຼາຍກໍບໍ່ແມ່ນ      ພຣະສົງ ຫຼື ຄູບາອາຈານແລ້ວແຕ່ ປ່ຽນມາເອີ້ນວ່າ: ຊ່າງສັກລາຍ.

ນສພ ເສດຖະກິດ-ສັງົມ