ລັດຖະບານເປີດກອງປະຊູມສະໄໝສາມັນສາມັນປະຂໍາເດີອນທັນວາ

    ກອງປະຊຸມລັດຖະບານສະໄໝສາມັນປະຈຳເດືອນທັນວາ 2018 ໄດ້ໄຂຂຶ້ນຢ່າງເປັນທາງການໃນຕອນເຊົ້າຂອງ ວັນທີ 24 ທັນວາທີ່ສຳນັກງານນາຍົກ ລັດຖະມົນຕີ,ໂດຍການເປັນປະທານຂອງທ່ານທອງລຸນສີສຸລິດນາຍົກລັດຖະມົນຕີ,ມີບັນດາທ່ານນາຍົກລັດຖະມົນຕີແລະບັນດາສະມາຊິກລັດຖະບານເຂົ້າຮ່ວມຢ່າງພ້ອມພຽງ.

    ກອງປະຊຸມລັດຖະບານສະໄໝສາມັນປະຈຳເດືອນທັນວາ 2018 ໃນຄັ້ງນີ້, ຜູ້ເຂົ້າຮ່ວມກອງປະຊຸມຈະໄດ້ຮັບຟັງແລະປະກອບຄຳຄິດຄຳເຫັນໃສ່ 8 ເອກະສານສຳຄັນດັ່ງນີ້:

  1. ບົດລາຍງານກ່ຽວກັບສະພາບພົ້ນເດັ່ນຂອງການເຄື່ອນໄຫວວຽກງານການຕ່າງປະເທດຂອງລັດຖະບານປະຈຳປີ 2018 ແລະທິດທາງແຜນການສຳລັບປີ 2019.
  1. ບົດລາຍງານກ່ຽວກັບການຕີລາຄາກ່ຽວກັບສະພາບການເຂົ້າຮ່ວມ,ລາຍງານແລະຕອບຄຳຊັກຖາມຂອງລັດຖະບານຕໍ່ກອງປະຊຸມສະໄໝສາມັນ.
  2. ບົດລາຍງານກ່ຽວກັບການວາງແຜນການຟື້ນຟູຫຼັງໄພພິບັດໃນຂອບເຂດທົ່ວປະເທດປີ 2018.
  3. ບົດລາຍງານກ່ຽວກັບຜົນການຈັດຕັ້ງປະຕິບັດຄຳສັ່ງສະບັບເລກທີ 15/ນຍ ແລະສະພາບການດຳເນີນທຸລະກິດໄມ້ຢູ່ ສປປ ລາວ.
  4. ບົດລາຍງານກ່ຽວກັບການສະຫຼຸບຕີລາຄາການຈັດຕັ້ງປະຕິບັດປີທ່ອງທ່ຽວ ລາວ 2018 ແລະແຜນການ.
  5. ຮ່າງດຳລັດວ່າດ້ວຍແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ,ແຜນງົບປະມານແຫ່ງລັດ ປະຈຳປີ 2019.
  6. ຮ່າງດຳລັດວ່າດ້ວຍແຂ່ງຂັນແລະຍ້ອງຍໍ.
  7. ຮ່າງດຳລັດວ່າດ້ວຍລະບົບກົງຈັກການຈັດຕັ້ງອົງການບໍລິຫານແຫ່ງລັດ.

      ກອງປະຊຸມ ໃນຄັ້ງນີ້,ຈະໄດ້ດຳເນີນເປັນເວລາ 2 ວັນຄື:ວັນທີ 24-25 ທັນວາ 2018.