ໂອລິມປິກລະດູໜາວປັກກິ່ງ ປິດສາກອົບອຸ່ນ ນໍຣ໌ເວຍ໌ ຄອງເຈົ້າຫຼຽນຄຳ

 

ປິດສາກໄປເປັນທີ່ຮຽບຮ້ອຍແລ້ວສຳລັບມະຫະກຳໂອລິມປິກລະດູໜາວ “ປັກກິ່ງ 2022” ທີ່ ສປ ຈີນ, ຊຶ່ງພິທີປິດເຕັມໄປດ້ວຍບັນຍາກາດອົບອຸ່ນ ແລະສຸດປະທັບໃຈ. ຂະນະທີ່ເຈົ້າຫຼຽນຄຳໄດ້ແກ່ທີມຊາດ ນໍຣ໌ເວຍ໌ ຊຶ່ງຄອງແຊມປ໌ເປັນສະໄໝທີ 9 ແລະ ເປັນສະໄໝທີ 2 ຕິດຕໍ່ກັນ. ສ່ວນເຈົ້າພາບຄັ້ງຕໍ່ໄປໃນອີກ 4 ປີຂ້າງໜ້າ (2026) ຈະຈັດຂຶ້ນທີ່ເມືອງມິລານ ແລະ ເມືອງຄໍຣ໌ຕິນາ ປະເທດອິຕາລີ(Milano-Cortina 2026).

ເປັນປະທານໃນພິທີປິດໂອລິມປິກລະດູໜາວ “ປັກກິ່ງ 2022” ທີ່ສະໜາມກີລາແຫ່ງຊາດນະຄອນຫຼວງປັກກິ່ງ ໂດຍ ທ່ານ ສີຈິ້ນຜິງ ປະທານປະເທດຈີນ ແລະທ່ານ ໂທມັສ ບັກສ ປະທານຄະນະກໍາມະການໂອລິມປິກສາກົນ. ສໍາລັບບັນຍາກາດພາຍໃນງານ, ໂດຍເຈົ້າພາບຍັງຄົງຈັດໃຫ້ການສະແດງທີ່ໜ້າຕື່ນຕາຕື່ນໃຈ ແລະ ຍິ່ງໃຫຍ່ອະລັງການ ທ່າມກາງຜູ້ຄົນທີ່ຮ່ວມເປັນສັກຂີພິຍານໃຫ້ກັບງານກລາໂອລິມປິກລະດູໜາວປັກກິ່ງ ທີ່ອັດລົງດ້ວຍຜົນສຳເລັດ ແລະ ໄຊຊະນະສະຫງ່າງາມ.

ສຳລັບຜົນການແຂ່ງຂັນໂອລິມປິກລະດູໜາວ “ປັກກິ່ງ 2022” ປະເທດນໍຣ໌ເວຍ໌ ຄອງເຈົ້າຫຼຽນຄຳ ຊຶ່ງຄວ້າໄປໄດ້ 16 ຫຼຽນຄຳ, 8 ຫຼຽນເງິນ ແລະ 13 ຫຼຽນທອງແດງ. ສ່ວນອັນດັບ 2 ໄດ້ແກ່ ເຢຍະມັນ ຄວ້າໄດ້ 12 ຫຼຽນຄຳ, 10 ຫຼຽນເງິນ ແລະ 5 ຫຼຽນທອງແດງ. ຂະນະທີ່ອັນດັບ 3 ໄດ້ແກ່ ເຈົ້າພາບ ສປ ຈີນ ຄວ້າໄດ້ 9 ຫຼຽນຄຳ, 4 ຫຼຽນເງິນ ແລະ 2 ຫຼຽນທອງແດງ.