ລັດຖະບານຈີນ ມອບວັຄຊີນໃຫ້ແຂວງພາກເໜືອລາວ

ລັດຖະບານ ສປ ຈີນ, ໄດ້ມອບວັຄຊີນໂຄວິດ-19 ຈຳນວນ 423.200 ໂດສ ພ້ອມເຂັມສັກຢາ 425.600 ອັນໃຫ້ແກ່ແຂວງພາກເໜືອຂອງ ສປປ ລາວ (ຫຼວງພຣະບາງ, ຫຼວງນໍ້າທາ ແລະ ບໍ່ແກ້ວ) ເພື່ອຊ່ວຍເຫຼືອດ້ານການແພດໃນປະຕິບັດານຕ້ານ, ສະກັດກັ້ນ ແລະຄວບຄຸມການລະບາດຂອງພະຍາດໂຄວິດ-19.

ທັງນີ້, ເມື່ອວັນທີ 14 ກຸມພາ 2022 ຢູ່ເຂດດ່ານບໍ່ເຕ ກິ່ງແຂວງສິບສອງພັນນາ ແຂວງຢຸນນານ ສປ ຈີນ, ໄດ້ຈັດພິທີມອບ-ຮັບວັນ ທີ່ລັດຖະບານ ແຫ່ງ ສປ ຈີນ ມອບໃຫ້ບັນດາແຂວງພາກເໜືອຂອງ ສປປ ລາວ. ເຂົ້າຮ່ວມໃນພິທີດັ່ງກ່າວໂດຍ ທ່ານ ຊ່ຽວ ເພີ້ງຫວຍ ຮອງຜູ້ຕາງໜ້າກະຊວງການຄ້າ ປະຈຳນະຄອນຄຸນມິງ ສປ ຈີນ, ມີຜູ້ຕາງໜ້າແຂວງຢຸນນານ, ແຂວງສິບສອງພັນນາ ແລະ ທ່ານ ນາງ ມະນີລາ ສົມບັນດິດ ກົງສູນໃຫຍ່ ແຫ່ງ ສປປ ລາວ ປະຈຳນະຄອນຄຸນມິງ, ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງຂອງສອງຝ່າຍເຂົ້າຮ່ວມ

ໃນໂອກາດນີ້, ທ່ານກົງສູນໃຫຍ່ ໄດ້ຕາງໜ້າໃຫ້ພັກ-ລັດ ກໍຄືປະຊາຊົນລາວ ໂດຍສະເພາະອຳນາດການປົກຄອງ ແລະ ປະຊາຊົນຂອງບັນດາແຂວງພາກເໜືອ, ສະແດງຄວາມຂອບໃຈຢ່າງຈິງໃຈ ແລະ ຮູ້ບຸນຄຸນມາຍັງພັກ-ລັດ ແລະ ປະຊາຊົນຈີນ, ທີ່ໃຫ້ການຊ່ວຍເຫຼືອດ້ານການແພດເປັນຈຳ ນວນຫຼວງຫຼາຍ ແກ່ ສປປ ລາວ, ນັບແຕ່ເກີດການລະບາດຂອງພະຍາດໂຄວິດ-19 ເປັນຕົ້ນມາ ແລະ ຄັ້ງນີ້ ລັດຖະບານ ແຫ່ງ ສປ ຈີນ ກໍໄດ້ໃຫ້ການຊ່ວຍເຫຼືອດ້ານວັ ແລະ ເຂັມສັກຢາແກ່ບັນດາແຂວງພາກເໜືອຂອງລາວ. ຊຶ່ງການຊ່ວຍເຫຼືອດັ່ງກ່າວຈະປະກອບສ່ວນສຳຄັນເຂົ້າໃນການເພີ່ມທະວີຮັດແໜ້ນໄມຕີຈິດມິດຕະພາບທີ່ມີມູນເຊື້ອມາແຕ່ດົນນານ ແລະ ການຮ່ວມມືຮອບດ້ານໝັ້ັນຄົງຍາວນານ ຕາມທິດ 4 ດີ ກໍຄືການເປັນຄູ່ຮ່ວມຊາຕາກຳລາວ-ຈີນ, ຈີນ-ລາວ ໃຫ້ນັບມື້ເຕີບໃຫຍ່ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ.