ມັງ​ກອນ ລາວເກີນ​ດຸນ​ການ​ຄ້າ 41 ລ້ານ​ໂດ​ລາ

ມູນຄ່າການນໍາເຂົ້າ-ສົ່ງອອກຂອງ ສປປ ລາວ ປະຈໍາເດືອນມັງ​ກອນ 2022, ບັນລຸໄດ້ປະ ມານ 1.156 ລ້ານໂດລາສະຫະລັດ. ໃນນັ້ນ, ມູນຄ່າການສົ່ງອອກມີປະມານ 598 ລ້ານໂດລາ, ມູນຄ່າການນໍາເຂົ້າມີປະມານ 557 ລ້ານໂດລາ, ຊຶ່ງເກີນດຸນການຄ້າປະມານ 41 ລ້ານໂດລາ (ໃນ​ນີ້ຍັງບໍ່​ລວມ​ການ​ສົ່ງ​ອອກ​ໄຟ​ຟ້າ).

ອີງ​ຕາມ​ຂໍ້​ມູນ​ຈາກ​ສູນ​ຂໍ້​ມູນ​ຂ່າວ​ສານ​ດ້ານ​ການ​ຄ້າ​ຂອງ ສ​ປ​ປ ລາວ ​ໃຫ້​ຮູ້​ວ່າ: ສີນຄ້າສົ່ງອອກຫຼັກປະກອບມີ ຄຳປະສົມ, ຄຳແທ່ງ, ເຈ້ຍ ແລະເຄື່ອງທີ່ເຮັດດ້ວຍເຈ້ຍ, ແຮ່ທອງ, ເຍື່ອໄມ້ ແລະເສດເຈ້ຍ, ຢາງພາລາ, ມັນຕົ້ນ, ໝາກກ້ວຍ, ເຄື່ອງນຸ່ງຫົ່ມ, ແກ້ວ ແລະ ເຄື່ອງທີ່ເຮັດດ້ວຍແກ້ວ ແລະ ແປ້ງມັນຕົ້ນ.

ໝວດສິນຄ້ານໍາເຂົ້າຫຼັກປະກອບມີ: ພາຫະນະທາງບົກ (ນອກຈາກລົດຈັກ, ລົດໄຖ), ນໍ້າມັນກາຊວນ, ອຸປະກອນກົນຈັກ (ນອກຈາກເຄື່ອງກົນຈັກພາຫະນະ), ຊິ້ນສ່ວນອາໄຫຼ່ລົດ (ລວມທັງຢາງ, ແວ່ນ, ໂສ້...), ສາຍໄຟຟ້າ, ເຄເບີລ, ເຄື່ອງໃຊ້ທີ່ເຮັດດ້ວຍພລາສຕິກ, ນໍ້າມັນແອັດຊັງ, ແອັດຊັງພິເສດ, ກາກ ແລະ ສິ່ງເສດເຫຼືອຈາກອຸດສາຫະກຳຜະລິດອາຫານ, ຜະລິດຕະພັນທາງເຄມີ ແລະ ຜະລິດຕະພັນການຢາ (ເພສັດຊະກໍາ).

ບັນດາປະເທດທີ່ ສປປ ລາວ ສົ່ງອອກຫຼັກປະ​ກອບ​ມີ: ຈີນມູນ​ຄ່າ 217 ລ້ານໂດລາ, ຫວຽດນາມ 110 ລ້ານໂດລາ, ໄທ 141 ລ້ານໂດລາ, ອອສເຕຣເລຍ 42 ລ້ານໂດລາ ແລະ ຍີ່ປຸ່ນ 12ລ້ານໂດລາ.

ບັນດາປະເທດທີ່ ສປປ ລາວ ນໍາເຂົ້າຫຼັກ​ປະ​ກອບ​ມີ: ໄທ ມູນ​ຄ່າ 254 ລ້ານໂດລາ, ຈີນ 108ລ້ານໂດລາ, ຫວຽດນາມ 27 ລ້ານໂດລາ, ສະວິເຊີຣ໌ແລນດ໌ 59 ລ້ານໂດລາ ແລະ ເມຣິກາ 41ລ້ານໂດລາ.