ຈະລາຈອນນາຊາຍທອງ ຈັບພໍ່-ລູກຂົນຢາບ້າ ໄດ້ຂອງກາງ 1 ລ້ານເມັດ

ພໍ່ໄວ 46 ແລະ ລູກຊາຍໄວ 23 ຮ່ວມກັບຂົນສົ່ງສານເສບຕິດປະເພດຢາບ້າ, ຖືກເຈົ້າໜ້າທີ່ຈະລາຈອນເມືອງນາຊາຍທອງ ຈັບໄດ້ພ້ອມຂອງກາງ 1 ລ້ານເມັດ. ຜ່ານການສອບສວນ, ທັງສອງຮັບສາລະພາບເຮັດມາແລ້ວ 3 ຄັ້ງ, ຊຶ່ງແຕ່ລະຄັ້ງແມ່ນນຳເອົາຢາບ້າຈຳນວນ 1 ລ້ານເມັດຈາກເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ເຂົ້າມາສົ່ງຢູ່ນະຄອນຫຼວງວຽງຈັນ.

ລາຍງານຂ່າວຂອງກຳລັງປ້ອງກັນຄວາມສະຫງົບ ໃຫ້ຮູ້ວ່າ: ໃນລະຫວ່າງທີ່ກອງຮ້ອຍຕໍາຫຼວດຈະລາຈອນ ກອງບັນຊາການ ປກສ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ, ກໍາລັງປະຕິບັດໜ້າທີ່ຕັ້ງຈຸດກວດກາຢູ່ເສັ້ນທາງໜອງບຶກ ຫາ ດົງໂດກ ເຂດບ້ານນາສ້ຽວ, ເມື່ອເວລາປະມານ 19:20 ໂມງ ຂອງວັນທີ 14 ກຸມພາ 2022 ກໍພົບເຫັນລົດກະບະນິສສັນນາວາຣາ ສີສົ້ມ ໝາຍເລກທະບຽນ ກມ 1001 ກໍາແພງນະຄອນ, ຈິ່ງໄດ້ສັ່ງໃຫ້ຢຸດຈອດເພື່ອກວດກາເອກະສານລົດ; ແຕ່ຜູ້ຂັບຂີ່ບໍ່ຍອມຈອດ ແລະ ໄດ້ລ້ຽວລົດກັບກະທັນຫັນ. ດັ່ງນັ້ນ, ເຈົ້າໜ້າທີ່ຈິ່ງຮ້ອງຂໍໃຫ້ລົດບັນທຸກທີ່ຂັບຂີ່ມາຕາມຫຼັງຂວາງເສັ້ນທາງໄວ້,ກ່ອນທີ່ຈະເຂົ້າຈັບກຸມຕົວຜູ້ຂັບຂີ່ 2 ຄົນ ແລະ ຜ່ານການກວດຄົ້ນລົດ ກໍພົບຢາບ້າຈຳນວນ 4 ເປົ໋າປາຍ, ຊຶ່ງມີທັງໝົດ 500 ມັດ ເທົ່າກັບ 1 ລ້ານເມັດ ຊຸກເຊື່ອງໄວ້ຢູ່ດ້ານຫຼັງຄົນຂັບ.

ຕໍ່ກັບຄະດີດັ່ງກ່າວ, ພັນໂທ ບຸນມີ ກັນຕີຍາວົງ ຮອງຫົວໜ້າກອງບັນຊາການ ປກສ ເມືອງນາຊາຍທອງ, ກໍໄດ້ຖະແຫຼງເມື່ອວັນທີ 15 ກຸມພາ 2022 ວ່າ: ພາຍຫຼັງທີ່ຕໍາຫຼວດຈະລາຈອນສາ ມາດຈັບຕົວຜູ້ຂັບ ແລະ ຜູ້ຂີ່ລົດມານໍາໄດ້ແລ້ວ, ຈິ່ງປະສານຫາກອງບັນຊາການ ປກສ ເມືອງນາຊາຍທອງ ເພື່ອນໍາຕົວພວກກ່ຽວໄປສືບສວນ-ສອບສວນ, ຈິ່ງຮູ້ວ່າພວກກ່ຽວທັງສອງເປັນພໍ່ລູກກັນ, ໃນນັ້ນ ຜູ້ຖືກຫາທີໜຶ່ງຊື່ ທ້າວ ເຍຍລາ ອາຍຸ 46 ປີ ແລະ ຜູ້ທີສອງຊື່ທ້າວ ຕຸ ອາຍຸ 23 ປີ ຢູ່ບ້ານຫາດງາມ ເມືອງຄອບ ແຂວງໄຊຍະບູລີ. ຫຼັງຈາກນັ້ນ, ເຈົ້າໜ້າທີ່ກໍໄດ້ມອບຜູ້ຖືກຫາ ພ້ອມຂອງກາງທັງໝົດໃຫ້ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ເພື່ອນຳເຂົ້າສູ່ຂະບວນການທາງກົດໝາຍ.

ຜ່ານການສອບສວນພວກກ່ຽວທັງສອງຄົນ ໄດ້ຮັບສາລະພາບໃນເບື້ອງຕົ້ນວ່າ: ຢາບ້າທີ່ຕຳຫຼວດກວດພົບ ແມ່ນທັງສອງຮ່ວມກັນລັກລອບຂົນສົ່ງໃຫ້ຄົນຮູ້ຈັກຢູ່ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ, ຊຶ່ງພວກຕົນໄດ້ພຽງແຕ່ຄ່າຂົນສົ່ງເທົ່ານັ້ນ; ຜ່ານມາແມ່ນໄດ້ຮ່ວມກັນລັກລອບຂົນສົ່ງມາແລ້ວ 3 ຄັ້ງ ຄັ້ງລະ 1.000.000 ເມັດ, ຊຶ່ງໄດ້ໄປເອົາຢາບ້າຢູ່ເມືອງຕົ້ນເຜີ້ງ ແລ້ວມຸ່ງໜ້າມາສົ່ງຢູ່ນະຄອນຫຼວງວຽງຈັນ, ແຕ່ຄັ້ງນີ້ກໍມາຖືກເຈົ້າໜ້າທີ່ຈັບຕົວໄດ້ກ່ອນ.

ປັດຈຸບັນ, ເຈົ້າໜ້າທີ່ວິຊາສະເພາະກຳລັງເລັ່ງສືບສວນຂະຫຍາຍຜົນ ເພື່ອຊອກຫາກຸ່ມແກ້ງຮ່ວມຂະບວນການດຽວກັນມາດໍາເນີນຄະດີຕາມລະບຽບກົດໝາຍ.