ໂອລິມປິກລະດູໜາວປັກກິ່ງ ມີນັກກີລາຍິງເຂົ້າຮ່ວມແຂ່ງຂັນຫຼາຍທີ່ສຸດ

ມາຮອດປັດຈຸບັນ, ງານກລາໂອລິມປິກລະດູໜາວປັກກິ່ງ 2022 ໄດ້ກາຍເປັນງານກລາໂອລິມປິກລະດູໜາວທີ່ມີນັກກລາເພດຍິງເຂົ້າຮວມຫຼາຍທີ່ສຸດ ແລະ ມີນັກກລາເພດຍິງເຂົ້າຮ່ວມແຂ່ງຂັນ ຫຼາຍລາຍການທີ່ສຸດ.

ໂດຍຄະນະກຳມະການໂອລິມປິກສາກົນ ແລະ ຄະນະກຳມະການຈັດງານກລາໂອລິມປິກລະດູໜາວປັກກິ່ງ, ໄດ້ເປີດເຜີຍເລື່ອງນີ້ໃນກອງປະຊຸມຖະແຫຼງຂ່າວເມື່ອວັນທີ 14 ກຸມພາ 2022.

ທ່ານ ມາກ ອາດາມສ໌ ໂຄສົກຄະນະກຳມະການໂອລິມປິກສາກົນ, ໄດ້ກ່າວວ່າ: ອັດຕາເຂົ້າຮ່ວມຂອງນັກກລາເພດຍິງໃນງານກລາໂອລິມປິກລະດູໜາວປັກກິ່ງກວມເອົາ 45,4% ແລະ ໃນການແຂ່ງຂັນທັງໝົດ 109 ລາຍການນັ້ນ, ມີນັກກລາເພດຍິງເຂົ້າຮ່ວມເຖິງ 53%. ຊຶ່ງການປຸກລະດົມໃຫ້ນັກກລາຍິງເຂົ້າຮ່ວມງານກລາໂອລິມປິກຫຼາຍຂຶ້ນ ແມ່ນຍຸດທະສາດສຳຄັນຂອງຄະນະກໍາມະການໂອລິມປິກສາກົນ, ໂດຍໄດ້ຮ່ວມມືຢ່າງໃກ້ຊິດກັບອົງການກລາລາຍການດ່ຽວຂອງສາກົນ, ຄະນະກຳມະການໂອລິມປິກລະດັບປະເທດ ແລະ ເຂດແຄວ້ນ, ລວມເຖິງຝ່າຍຊື້ສິດຖ່າຍທອດສົດ ແລະບໍລິສັດໃຫ້ບໍລິການຖ່າຍທອດສົດງານໂອລິມປິກ, ກໍໄດ້ພ້ອມກັນສົ່ງເສີມຄວາມສະເໝີພາບທາງເພດໃນລະດັບຕ່າງໆ.