ຮູ້ຈັກເພື່ອນຮ່ວມໂລກທີ່ຄອງໂສດເຖິງ 150 ປີ

ໃຜທີ່ຍັງເປັນໂສດດ້ວຍປະການທັງປວງ ຊຶ່ງກໍລວມເຖິງຜູ້ຮຽບຮຽງ, ຈະບໍ່ຮູ້ສຶກໂດດດ່ຽວອີກຕໍ່ໄປ, ເພາະໃນໂລກນີ້ຍັງມີເພື່ອນຮ່ວມໂລກທີ່ຢູ່ຄອງໂສດເຖິງອາຍຸ150 ປີ ແລ້ວຈິ່ງສະແຫວງຫາຄູ່ຄອງ. ດັ່ງນັ້ນ ຊາຍໜຸ່ມ-ຍິງສາວ, ບ່າວແກ່-ສາວເຫີ່ມ ກໍຈົ່ງພາກັນເບີກບານສຳລານໃຈໃນຊີວິດໂສດຂອງເຮົາທີ່ຍັງບໍ່ທັນເຖິງ 100 ປີ.

ສິ່ງມີຊີວິດທີ່ຄອງໂສດດົນນານເຖິງ150 ປີ, ກໍຄືປາສະຫຼາມ ກຣີນແລນດ໌ (Greenland shark) ຊື່ວິທະຍາສາດແມ່ນ Somniosus microcephalus ຊຶ່ງເປັນປາສະຫຼາມກະດູກອ່ອນຊະນິດໜຶ່ງໃນຈຳພວກປາສະຫຼາມ, ອາໄສຢູ່ໃນມະຫາສະໝຸດ ແອຕແລນຕິກເໜືອ ແລະ ອາຣ໌ກຕິກ.

ສະຫຼາມກຣີນແລນດ໌, ເປັນປາສະຫຼາມກິນຊີ້ນທີ່ມີຂະໜາດໃຫຍ່ທີ່ສຸດຊະນິດໜຶ່ງ, ຊຶ່ງຮອງຈາກປາສະຫຼາມຂາວ, ຂະໜາດໂດຍສະເລ່ຍ 2,44-4,8 ແມັດ ແລະ ມີນ້ຳໜັກປະມານ 400 ກິໂລກຣາມ, ຜິວໜັງມີລັກສະນະໜາຫຍາບຄືກະດາດຊາຍ ແລະ ມີສີເທົາເຂັ້ມອອກດຳ, ສ່ວນຄີບຫຼັງສວດຂຶ້ນເປັນພຽງໂໜກສັ້ນໆ ຊຶ່ງບໍ່ຄືກັບປາສະຫຼາມທົ່ວໄປ.

ພິເສດກໍຄື ພວກມັນເປັນສັດທີ່ມີອາຍຸໄຂສະເລ່ຍຍືນຍາວທີ່ສຸດປະມານ 250-500 ປີ ແລະ ກວ່າທີ່ມັນຈະເຂົ້າສູ່ໄວຈະເລີນພັນ ຫຼື ເປັນບ່າວເປັນສາວ ກໍກ້າວສູ່ປີທີ 150; ດັ່ງນັ້ນ, ສະຫຼາມກຣີນແລນດ໌ ຈິ່ງເປັນໜຶ່ງໃນສັດໂລກທີ່ຄອງໂສດຍາວນານ.