ປີຜ່ານມາ ສາລະວັນ ດຶງດູດການລົງທຶນໄດ້ຫຼາຍກວ່າ 484 ຕື້

ເມື່ອປີ 2021 ມີນັກທຸລະກິດທັງພາຍໃນ ແລະຕ່າງປະເທດເຂົ້າໄປລົງທຶນຢູ່ແຂວງສາລະວັນ ທັງໝົດ 126 ຫົວໜ່ວຍ, ດ້ວຍທຶນຈົດທະບຽນມູນຄ່າ 484,18 ຕື້ກີບ. ໃນນັ້ນ, ເອກະຊົນພາຍໃນ 106 ຫົວໜ່ວຍທຶນຈົດທະບຽນ 211,46 ຕື້ກີບ, ຕ່າງປະເທດ 20 ຫົວໜ່ວຍ ທຶນຈົດທະບຽນ 272,72 ຕື້ກີບ.

ອີງຕາມການລາຍງານຂອງ ທ່ານ ຄໍາຜ່ານ ສີລາວີ ຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າແຂວງ, ຕໍ່ກອງປະຊຸມພົບປະນັກທຸລະກິດຂອງແຂວງສາລະວັນ ຊຶ່ງຈັດຂຶ້ນເມື່ອວັນທີ 3 ກຸມພາ 2022 ທີ່ສະໂມສອນຂອງແຂວງ, ໂດຍການປະທານຂອງ ທ່ານ ໂພໄຊ ໄຊຍະສອນ ເຈົ້າແຂວງສາລະວັນ, ມີທ່ານ ພູທົງ ຄໍາມະນີວົງ ຮອງເຈົ້າແຂວງຜູ້ຊີ້ນໍາວຽກງານເສດຖະກິດ, ບັນດາພະແນກການ, ຕາງໜ້າຈາກພາກທຸລະກິດ ແລະ ຜູ້ປະກອບການໃນແຂວງສາລະວັນເຂົ້າຮ່ວມ.

ການລົງທຶນໃນແຂວງສາລະວັນ, ໂດດເດັ່ນທີ່ສຸດແມ່ນນັກລົງທຶນ ສປ ຈີນ ຊຶ່ງມີ 15 ຫົວໜ່ວຍ ທຶນຈົດທະບຽນ 141,72 ຕື້ກີບ ກວມ 75% ຂອງການລົງທຶນຕ່າງປະເທດທັງໝົດ, ໃນນັ້ນ ຂະແໜງກະສິກໍາ ກວມ 46,66%, ຮອງລົງມາແມ່ນຂະແໜງອຸດສາຫະກໍາປຸງແຕ່ງ, ການກໍ່ສ້າງ ແລະ ຂະແໜງການຄ້າກວມຂະແໜງລະ 13,33% ນອກນັ້ນແມ່ນຂະແໜງຂຸດຄົ້ນ, ບໍລິການ ແລະອື່ນໆ.

ໂດຍທີ່ປະຊຸມໄດ້ປຶກສາຫາລື, ສ້າງຄວາມເປັນເອກະພາບລະຫວ່າງນັກທຸລະກິດ, ຜູ້ປະກອບການກັບພາກລັດໃນແຜນປະຕິບັດຕົວຈິງ, ເພື່ອສືບຕໍ່ແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ແລະ ບັນຫາຄົງຄ້າງຕ່າງໆທີ່ເປັນອຸປະສັກກົດໜ່ວງຖ່ວງດຶງການພັດທະນາເສດຖະກິດ-ສັງຄົມ ແລະການດໍາເນີນທຸລະກິດ, ແນໃສ່ເຮັດໃຫ້ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ແລະແຜນການຈັດຕັ້ງ 2 ວາລະແຫ່ງຊາດສາມາດຈັດຕັ້ງປະຕິບັດໄດ້ຢ່າງມີຜົນສໍາເລັດ.