ປັກກິ່ງ ສົ່ງຕໍ່ທວນໄຟງານກີລາໂອລິມປິກລະດູໜາວ 2022

ພິທີສົ່ງຕໍ່ທວນໄຟງານກີລາໂອລິມປິກລະດູໜາວປັກກິ່ງປີ 2022 ໄດ້ຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງຢ່າງຄຶກຄື້ນ, ໃນວັນທີ 2 ກຸມພາ 2022. ໂດຍທ່ານ ຮັນເຈິ້ງ ກຳມະການປະຈຳກົມການ ເມືອງສູນກາງພັກຄອມມິວນິສຕ໌ຈີນ, ຮອງນາຍົກລັດຖະມົນຕີຈີນ, ຫົວໜ້າໜ່ວຍນຳພາວຽກງານກີລາໂອລິມປິກລະດູໜາວຄັ້ງທີ 24 ໄດ້ເຂົ້າຮ່ວມເປັນປະທານໃນພິທີດັ່ງກ່າວ ແລະ ໄດ້ຈຸດທວນໄຟງານກີລາໂອລິມປິກລະດູໜາວປັກກິ່ງປີ 2022 ພ້ອມປະກາດເລີ່ມສົ່ງຕໍ່ທວນໄຟຢ່າງເປັນທາງການ.

ກິດຈະກຳສົ່ງຕໍ່ທວນໄຟຂອງງານກິລາໂອລິມປິກລະດູໜາວປັກກິ່ງປີ 2022 ໄດ້ເນັ້ນຫົວຂໍ້ “ຕ້ອນຮັບການນັດໝາຍຂອງຫິມະ ແລະ ນ້ຳກ້າມ, ກ້າວໄປສູ່ອະນາຄົດທີ່ດີງາມ” ການສົ່ງຕໍ່ທວນໄຟຈະດຳເນີນຢູ່ເຂດແຂ່ງຂັນ 3 ແຫ່ງຄື: ປັກກິ່ງ, ຢຽນຊິ້ງ ແລະ ຈ່າງເຈ່ຍໂຂວ ຮອດວັນທີ 4 ກຸມພານີ້.

ຢ່າງໃດກໍດີ, ການສົ່ງຕໍ່ທວນໄຟແມ່ນປະກອບດ້ວຍຜູ້ຖືທວນໄຟ 1200 ຄົນ, ໃນທີ່ສຸດທວນ ໄຟຂອງງານກິລາໂອລິມປິກລະດູໜາວປັກກິ່ງ ກໍຈະຖືກສົ່ງໄປເຖິງຫໍທວນໄຟຫຼັກຂອງສະໜາມກີລາແຫ່ງຊາດຈີນ, ເພື່ອຕ້ອນຮັບງານໂອລິມປິກລະດູໜາວທີ່ຈະມາເຖິງນີ້.

ຂອບໃນຂໍ້ມູນ: CRI ປະຈຳລາວ