ລາວສະເໜີທະນາຄານໂລກ ສະໜັບສະໜູນໂຄງການເຂົ້າເຖິງແຫຼ່ງທຶນ ຂອງ SME

ທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ (ອຄ), ໄດ້ສະເໜີໃຫ້ທະນາຄານໂລກ ສືບຕໍ່ສະໜັບສະໜູນວຽກງານພັດທະນາເສດຖະກິດຂອງ ສປປ ລາວ ໃນໄລຍະການລະບາດ ແລະ ໄລຍະສິ້ນສຸດການລະບາດ. ໂດຍຮຽກຮ້ອງການໜັບສະໜູນໂຄງການເຂົ້າເຖິງແຫຼ່ງທຶນຂອງຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ (SME) ເພື່ອຮັບມືຜົນກະທົບ ແລະ ຟື້ນຟູຈາກໂຄວິດ-19 (MSME A2F-ESR) ຈຳນວນ 40 ລ້ານໂດລາສະຫະລັດ, ເພື່ອເຮັດແນວໃດໃຫ້ສາມາດໂອນເງິນເຂົ້າມາໄດ້ໄວ.

ໃນໂອກາດທີ່ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຕ້ອນຮັບການຢ້ຽມຂໍ່ານັບຂອງ ທ່ານ ອາເລັກຊານເດີ ເຄຣມເມີ ທີ່ຫ້ອງຮັບແຂກກະຊວງ ອຄ, ໃນວັນທີ 2 ກຸມພາ 2022 ໂອກາດມາຮັບໜ້າທີ່ໃໝ່ ເປັນຫົວໜ້າຫ້ອງການທະນາຄານໂລກ ປະຈໍາ ສປປ ລາວ. ທັງນີ້, ກໍໄດ້ສະເໜີໃຫ້ທະນາຄານໂລກ ສືບຕໍ່ໃຫ້ການສະໜັບສະໜູນພາຍຫຼັງສິ້ນສຸດໂຄງການ LCT (Lao Competitiveness and Trase Project) ເພື່ອສືບຕໍ່ຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ກໍຄືແຜນການ 5 ປີ ຂອງຂະແໜງການ ອຄ ທີ່ແນໃສ່ 3 ເສົາຄໍ້າຫຼັກຄື: ເຊື່ອມໂຍງກັບເສດຖະກິດຂອງພາກພື້ນ ແລະ ສາກົນ, ສ້າງສະພາບແວດລ້ອມທີ່ອໍານວຍໃຫ້ແກ່ພາກທຸລະກິດ, ສ້າງຄວາມພ້ອມໃຫ້ແກ່ຜູ້ປະກອບການເພື່ອສາມາດແຂ່ງຂັນ; ສະເໜີສະໜັບສະໜູນປັບປຸງສະພາບແວດລ້ອມການດຳເນີນທຸລະກິດ ລວມທັງການປັບປຸງການອະນຸຍາດດໍາເນີນກິດຈະ ການດ້ານອຸດສາຫະກຳປຸງແຕ່ງ ເພື່ອສ້າງຖານຂໍ້ມູນໂຮງງານອຸດສາຫະກໍາແບບອອນໄລນ໌ (E-manufacturing licenses database) ເພື່ອເຊື່ອມໂຍງລະບົບຄຸ້ມຄອງຂໍ້ມູນໂຮງງານໃນທົ່ວປະເທດ ແລະ ເຊື່ອມຕໍ່ເຂົ້າກັບຖານຂໍ້ມູນທະບຽນແຫ່ງຊາດ. ຊຶ່ງບັນດາຂໍ້ສະເໜີດັ່ງກ່າວ, ກົມກ່ຽວຂ້ອງກຳລັງສ້າງບົດແນວຄວາມຄິດເພື່ອສະເໜີໂຄງການ.

ໂດຍທ່ານ ຄຳແພງ ໄຊສົມແພງ ໄດ້ສະແດງຄວາມເຊື່ອໝັ້ນວ່າ: ຈະໄດ້ຮ່ວມມືເຮັດວຽກຢ່າງໃກ້ຊິດກັບຫົວໜ້າຫ້ອງການທະນາຄານໂລກຄົນໃໝ່, ເພື່ອຈັດຕັ້ງປະຕິບັດບັນດາໂຄງການທີ່ໄດ້ຮ່ວມມືກັນໃຫ້ສໍາເລັດຕາມເປົ້າໝາຍທີ່ໄດ້ວາງໄວ້ ແລະ ມີຄວາມໝັ້ນໃຈວ່າ: ທະນາຄານໂລກ ແລະ ລັດຖະ ບານລາວ, ຈະສາມາດສ້າງສາຍພົວພັນ ແລະ ການຮ່ວມມືໃຫ້ແໜ້ນແຟ້ນຂຶ້ນເລື້ອຍໆ ໂດຍສະເພາະກໍແມ່ນການພົວພັນປະສານງານລະຫວ່າງ ທະນາຄານໂລກ ແລະ ກະຊວງ ອຄ.