ຊຽງຂວາງ ກຽມສະຫຼອງໄຫຫີນເປັນມໍລະດົກໂລກ ພ້ອມເປີດຮັບນັກທ່ອງທ່ຽວ

ແຂວງຊຽງຂວາງ ກຽມຄວາມພ້ອມຕ້ອນຮັບນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ, ທັງກະກຽມໃຫ້ແກ່ການຈັດງານມະຫາກຳກີລາແຫ່ງຊາດ, ງານສະເຫຼີມສະຫຼອງໄຫຫີນເຂົ້າເປັນມໍລະດົກໂລກ, ງານສົມໂພດພຣະເຈົ້າອົງຫຼວງປະທານພອນ ແລະ ສົ່ງເສີມກິດຈະກຳລາວທ່ຽວລາວ ແນ່ໃສ່ຟື້ນຟູການທ່ອງທ່ຽວພາຍໃນແຂວງໃຫ້ກັບມາຄຶກຄື້ນອີກຄັ້ງ.

ເມື່ອວັນທີ 1 ກຸມພາ 2022, ທ່ານ ບຸນຈັນ ສີວົງພັນ ເຈົ້າແຂວງຊຽງຂວາງ, ພ້ອມດ້ວຍທ່ານ ຄອນສະໝຸດ ບຸນແພງພັນ ຫົວໜ້າພະແນກ ຖວທ ແຂວງ ໄດ້ເປັນປະທານກອງປະຊຸມປຶກສາຫາລືກະກຽມຄວາມພ້ອມຕ້ອນຮັບນັກທ່ອງທ່ຽວ ແລະ ກຽມຄວາມພ້ອມຈັດກິດຈະກຳສຳຄັນຕ່າງໆ, ທັງນີ້ ມີບັນດາກົມກອງກ່ຽວຂ້ອງ ແລະ ຜູ້ປະກອບການ, ຫົວໜ່ວຍທຸລະກິດທ່ອງທ່ຽວ, ຮ້ານອາຫານ, ຮ້ານບັນເທີງ, ໂຮງແຮມ ແລະ ເຮືອນພັກ ເຂົ້າຮ່ວມ.

ໃນວາລະດຳເນີນກອງປະຊຸມ, ທ່ານ ສີວິໄລ ອຸດົມສຸກ ຮອງຫົວໜ້າພະແນກ ຖວທ ແຂວງຊຽງຂວາງ ໄດ້ລາຍງານກ່ຽວກັບການກະກຽມຄວາມພ້ອມຕ້ອນຮັບນັກທ່ອງທ່ຽວ ແລະ ນຳສະເໜີເນື້ອໃນໂດຍລວມຂອງມາດຕະຖານ ລາວເຊຟ (Laosafe) ຊຶ່ງແມ່ນແນວຄວາມຄິດລິເລີ່ມຂອງກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໂດຍການສະໜັບສະໜູນຈາກໂຄງການທັກສະສຳລັບວຽກງານການທ່ອງທ່ຽວ (ລາວ/029) ຊຶ່ງໄດ້ເນັ້ນໜັກເຖິງຄວາມສຳຄັນຂອງຫຼັກສຸຂະນາໄມໃນໄລຍະທີ່ມີການແພ່ລະບາດຂອງພະຍາດໂຄວິດ-19 ເພື່ອສ້າງຄວາມພ້ອມໃຫ້ແກ່ຫົວໜ່ວຍທຸລະກິດໃນຂະແໜງບໍລິການທ່ອງທ່ຽວ.

ໃນໂອກາດດຽວກັນ, ເຈົ້າແຂວງຊຽງຂວາງ ກໍໄດ້ຍົກໃຫ້ເຫັນຄວາມສຳຄັນໃນການປຸກລະດົມປະຊາຊົນໃຫ້ຕື່ນຕົວໄປສັກວັຄຊີນໃຫ້ຄົບໂດສ ແລະ ໃຫ້ພະແນກ ຖວທ ລວມເຖິງບັນດາຂະແໜງການກ່ຽວຂ້ອງ ຈັດຝຶກອົບຮົມ, ປະເມີນ ແລະ ອອກໃບຢັ້ງຢືນມາດຕະຖານລາວເຊຟ (Laosafe) ໃຫ້ຜູ້ປະກອບການທຸລະກິດການທ່ອງທ່ຽວ, ທັງເຄື່ອນໄຫວກວດກາບັນດາແຫຼ່ງທ່ອງທ່ຽວທີ່ເປີດບໍລິການແລ້ວ ເພື່ອຄັດເລືອກເຂົ້າເປັນເປົ້າໝາຍແຫຼ່ງທ່ອງທ່ຽວສີຂຽວ.