ໄພທໍາມະຊາດໃນປີຜ່ານມາ ຂ້າຊີວິດປະຊາຊົນໄປ 19 ລາຍ

ເມື່ອປີ 2021, ສປປ ລາວ ໄດ້ຮັບຜົນກະທົບຈາກໄພພິບັດທໍາມະຊາດເຊັ່ນ: ນໍ້າຖ້ວມ, ລົມພະຍຸພັດຖະຫຼົ່ມ, ດິນເຈື່ອນ, ສັດຕູພືດທໍາລາຍ ແລະ ອື່ນໆ ຊຶ່ງເກີດຂຶ້ນເຖິງ 65 ຄັ້ງ. ໃນນັ້ນ, ສົ່ງຜົນກະທົບໂດຍກົງຕໍ່ປະຊາຊົນຢູ່ 15 ແຂວງ, 94 ເມືອງ, 786 ບ້ານ, ມີຜູ້ໄດ້ຄວາມຫຍຸ້ງຍາກທັງໝົດ 70.200 ຄົນ, ຍິງ 34.645 ຄົນ, ບາດເຈັບ 17 ຄົນ ແລະ ເສຍຊີວິດ 19 ລາຍ.

ຕໍ່ບັນຫາດັ່ງກ່າວ, ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີ ກະຊວງປ້ອງກັນປະເທດ, ທັງເປັນປະທານຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ, ໄດ້ໃຫ້ທິດຊີ້ນຳພະນັກງານ, ວິຊາການກ່ຽວຂ້ອງ ທີ່ເຂົ້າຮ່ວມກອງປະຊຸມຄະນະກໍາມະການຄຸ້ມຄອງໄພພິບັດປະຈໍາປີ 2021 ແລະ ກໍານົດແຜນກຽມພ້ອມຕອບໂຕ້ໄພພິບັດ ປີ 2022 ຊຶ່ງຈັດຂຶ້ນເມື່ອວັນທີ 1 ກຸມພາ 2022, ທີ່ຫ້ອງປະຊຸມກະຊວງປ້ອງກັນປະເທດ ແລະ ຜ່ານລະບົບທາງໄກກັບບັນດາແຂວງທົ່ວປະເທດ, ໂດຍທ່ານໄດ້ຍົກໃຫ້ເຫັນການປະຕິບັດງານຂອງທຸກພາກສ່ວນກ່ຽວຂ້ອງໃນການສ້າງແຜນກຽມພ້ອມຕອບໂຕ້ໄພພິບັດ ແລະສ້າງຄວາມເຂັ້ມແຂງໃຫ້ພາກສ່ວນໃນຂອບເຂດທົ່ວປະເທດ. ໃນນັ້ນ, ໄດ້ສ້າງສູນຂໍ້ມູນຂ່າວສານຊັບພະຍາກອນນໍ້າແຫ່ງຊາດ, ປັບປຸງສະຖານນີອຸຕຸນິຍົມ ແລະ ອຸທົກກະສາດ, ກໍ່ສ້າງສູນຂໍ້ມູນຂ່າວສານແຜ່ນດິນໄຫວແຫ່ງຊາດ ແລະ ສະຖານນີຕິດຕາມແຜ່ນດິນໄຫວ, ປັບປຸງສູນປະຕິບັດງານເຫດການສຸກເສີນຂອງຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ ແລະ ອື່ນໆ ພ້ອມທັງໄດ້ເອົາໃຈໃສ່ໃນການຕິດຕາມຊຸກຍູ້ສະພາບໄພພິບັດທີ່ເກີດຂຶ້ນຢູ່ບັນດາແຂວງໂດຍສະເພາະແມ່ນ ແຂວງໄຊຍະບູລີ ເຮັດໃຫ້ປະຊາຊົນທີ່ໄດ້ຮັບຜົນກະທົບຈາກໄພພິບັດໄດ້ຮັບການຊ່ວຍເຫຼືອຟື້ນຟູທັນການ.

ໃນວາລະດຽວກັນ, ພົນເອກ ຈັນສະໝອນ ຈັນຍາລາດ ກໍໄດ້ເນັ້ນໜັກໃຫ້ຄະນະກໍາມະການຄຸ້ມຄອງໄພພິບັດສູນກາງ ແລະ ທ້ອງຖິ່ນ, ພ້ອມກັນແກ້ໄຂຂໍ້ຄົງຄ້າງ ແລະ ສິ່ງທ້າທາຍຕ່າງໆເຊັ່ນ: ການແກ້ໄຂໃນໄລຍະຊ່ວຍເຫຼືອສຸກເສີນຊຶ່ງເຫັນວ່າຍັງບໍ່ທັນກັບສະພາບ, ການຕອບສະໜອງຄວາມຕ້ອງການຍັງບໍ່ພຽງພໍ, ການຈັດຕັ້ງປະຕິບັດຍັງບໍ່ກົມກຽວຕາມກົນໄກທີ່ກໍານົດໄວ້, ການລາຍງານຂໍ້ມູນສະພາບ ແລະ ຜົນເສຍຫາຍຈາກໄພພິບັດຍັງບໍ່ທັນເປັນລະບົບເທົ່າທີ່ຄວນ. ຊຶ່ງບົດຮຽນທີ່ຖອດຖອນໄດ້ນັ້ນ, ແມ່ນຮຽກຮ້ອງໃຫ້ທຸກພາກສ່ວນກ່ຽວຂ້ອງຕ້ອງພ້ອມກັນເຄື່ອນໄຫວຊຸກຍູ້ທ້ອງຖິ່ນຢ່າງວ່ອງໄວ ແລະ ແຂງແຮງ, ທັງໃຫ້ມີຄວາມເປັນເອກະພາບຕໍ່ການປະຕິບັດງານໃນປີ 2022 ເພື່ອປະສິດທິພາບ ແລະ ປະສິດທິຜົນທີ່ດີຂຶ້ນກວ່າເກົ່າ.