ນັກວິຊາການຍັງຄົງຕິດຕາມສະພາບມົນລະພິດ ຫຼັງໄຟໄໝ້ສະໜາມຂີ້ເຫຍື້ອຫຼັກ 32 ສະຫງົບລົງ

ມາຮອດປັດຈຸບັນ, ຫ້ອງການຄຸ້ມຄອງ ແລະ ບໍລິຫານຕົວເມືອງ ນະຄອນຫຼວງວຽງຈັນ (ຄບຕ) ພ້ອມດ້ວຍພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ນວ, ລວມທັງອໍານາດການປົກຄອງເມືອງໄຊທານີ, ຍັງຄົງເຝົ້າລະວັງປະຕິກິລິຍາທາງເຄມີທີ່ເກີດຈາກໄຟໄໝ້ສະໜາມຂີ້ເຫຍື້ອຫຼັກ 32 ເພາະວ່າຄ່າຄວາມເຂັ້ມຂອງແກສອັນຕະລາຍຍັງຄົງມີໃຫ້ເຫັນໃນພູມອາກາດຂອງພື້ນທີ່ໂດຍຮອບ.

ໂດຍ ທ່ານ ບຸນຈັນ ແກ້ວສີທໍາມະ ຫົວໜ້າຫ້ອງການຄຸ້ມຄອງ ແລະ ບໍລິຫານຕົວເມືອງ ນະ ຄອນຫຼວງວຽງຈັນ, ພ້ອມດ້ວຍນັກວິຊາການຈາກພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດ ລ້ອມ ນວ ແລະ ອົງການປົກຄອງເມືອງໄຊທານີ ໄດ້ພ້ອມກັນຖະແຫຼງເມື່ອວັນທີ 1 ກຸມພາ 2022 ວ່າ: ເຫດການໄຟໄໝ້ດັ່ງກ່າວ ເກີດຂຶ້ນໃນເວລາປະມານ 12:00 ໂມງ ວັນທີ 29 ມັງກອນ, ແປວໄຟລຸກໄໝ້ກວມ 70% ຂອງພື້ນທີ່ທັງໝົດ ຊຶ່ງກວ້າງປະມານ 48 ເຮັກຕາ, ຈາກປະກາຍໄຟຂອງແກສ ຢູນີເທນ ຊຶ່ງເປັນອາຍແກສທໍາມະຊາດທີ່ເກີດຈາກການສະສົມຂອງເສດຂີ້ເຫຍື້ອເປັນເວລາດົນ. ໂດຍຂະແໜງການຮັບຜິດຊອບສະໜາມຂີ້ເຫຍື້ອ, ໄດ້ສົມທົບກັບພາກສ່ວນດັບເພີງນະຄອນຫຼວງ ນໍາໃຊ້ລົດສີດນໍ້າຫຼາຍຄັນເພື່ອດັບໄຟ, ທັງນໍາໃຊ້ລົດດ້າມ  ແລະ ລົດຈົກຈໍານວນໜຶ່ງ ຂົນດິນມາຖົມບໍລິເວນຖືກໄຟໄໝ້, ມາຮອດວັນທີ 1 ກຸມພາ ກໍສາມາດດັບໄຟໄດ້ສຳເລັດ.

ຂະນະທີ່ ທ່ານ ແອງພອນ ແພງສຸກັນ ຮອງຫົວໜ້າພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ນວ ກໍໃຫ້ຮູ້ວ່າ: ຫຼັງໄຟໄໝໄດ້ມີສະພາບໝອກຄວັນປົກຄຸມເປັນບໍລິເວນກວ້າງຢູ່ຫຼາຍພື້ນທີ່ໃນນະຄອນຫຼວງວຽງຈັນ, ຊຶ່ງລະຫວ່າງວັນທີ 30-31 ມັງກອນ ໜ່ວຍງານດ້ານສິ່ງແວດລ້ອມໄດ້ ຕິດຕາມສະພາບໝອກຄວັນຢ່າງໃກ້ຊິດ, ພ້ອມຕິດຕັ້ງເຄື່ອງວັດແທກຄຸນນະພາບອາກາດ ແລະ ເກັບ ກໍາພາບຖ່າຍມູມສູງ ໂດຍໄດ້ຕິດຕັ້ງເຄື່ອງວັດແທກຄວາມເຂັ້ມຂຸ້ນຂອງລະອອງຝຸ່ນໃນອາກາດຢູ່ບ້ານຜາສຸກ (ບໍລິເວນສະໜາມຂີ້ເຫຍື້ອ) ເຫັນວ່າຄວາມເຂັ້ມຂຸ້ນຂອງລະອອງຝຸ່ນນ້ອຍກວ່າ 2,5 (PM 2,5) ມີຄ່າຕໍ່າສຸດລະດັບ 8,3 ແລະ ສູງສຸດ 1.488 ໄມຄຣອນ ແລະ ຄ່າສະເລ່ຍໃນ 24 ຊົ່ວໂມງຢູ່ໃນລະດັບ 101 ໄມຄຣອນ; ຕິດຕັ້ງເຄື່ອງກວດຢູ່ບ້ານປາກຊາບເກົ່າ ເຫັນວ່າຄວາມເຂັ້ມຂຸ້ນຂອງລະອອງຝຸ່ນ PM 2,5 ຕໍ່າສຸດລະດັບ 80 ແລະ ສູງສຸດ 110 ໄມຄຣອນ, ນອກນີ້ ໃນຈຸດດັ່ງກ່າວຍັງມີ ປະລິມານຄ່າຄວາມເຂັ້ມຂຸ້ນຂອງແກສຊັນເຟີຣ໌ໄດອອກໄຊດ໌  0,15 ppm ຕໍ່ຊົ່ວໂມງ, ຊຶ່ງເຫັນວ່າສູງກວ່າມາດຕະຖານສິ່ງແວດລ້ອມກໍານົດໄວ້ລະດັບ 0,13 ppm ຕໍ່ຊົ່ວໂມງ, ອີກທັງຍັງພົບປະລິ ມານແກສຄາບອນມໍນອກໄຊດ໌ ຄວາມເຂັ້ມຂຸ້ນລະດັບ 6 ppm ຕໍ່ຊົ່ວໂມງ, ຊຶ່ງຕໍ່າກວ່າມາດຕະຖານສິ່ງແວດລ້ອມກໍານົດໄວ້ໃນລະດັບ 30 ppm ຕໍ່ຊົ່ວໂມງ ແລະ ໄດ້ຕິດຕັ້ງເຄື່ອງກວດຢູ່ບ້ານໂນນສະ ອາດ ເຫັນວ່າຄວາມເຂັ້ມຂຸ້ນຂອງລະອອງຝຸ່ນຕໍ່າສຸດແມ່ນ 16 ແລະ ສູງສຸດແມ່ນ 121 ໄມຄຣອນ ແລະ ຄ່າສະເລ່ຍ 24 ຊົ່ວໂມງ ແມ່ນ 46 ໄມຄຣອນ. ຊຶ່ງໝອກຄວັນດັ່ງກ່າວອາດສົ່ງຜົນກະທົບເລັກໜ້ອຍຕໍ່ສຸຂະພາບໂດຍລວມຂອງປະຊາຊົນຜູ້ມີພະຍາດລະບົບຫາຍໃຈ, ຜູ້ເຖົ້າ ແລະ ເດັກນ້ອຍ.

ສຳລັບເຫດໄຟໄໝ້ສະໜາມຂີ້ເຫຍື້ອຫຼັກ 32 ບ້ານຜາສຸກ ເມືອງໄຊທານີ ເມື່ອວັນທີ 29 ມັງກອນ 2022, ນັບເປັນຄັ້ງທີ 2 ຖັດຈາກປີ 2018 ຊຶ່ງເຫດການຄັ້ງນັ້ນແມ່ນມີແປວໄຟໄໝ້ລາມເປັນເວລາຫຼາຍສິບວັນ ຈິ່ງສາມາດສະກັດໄດ້, ລາຍງານຫຼ້າສຸດໂດຍອົງການປົກຄອງເມືອງໄຊທານີ ຢືນຢັນວ່າ: ຍັງບໍ່ມີລາຍງານປະຊາຊົນໄດ້ຮັບຜົນກະທົບທາງດ້ານສຸຂະພາບ ຫຼື ຜົນເສຍຫາຍດ້ານ ອື່ນໆ ຊຶ່ງສະພາບໄຟໄໝ້ຄັ້ງນີ້ ໄດ້ສະຫງົບລົງ ແລະ ບັນຫາໝອກຄວັນກໍຈາງຫາຍໄປຫຼາຍແລ້ວ.