ປະຖົມ 46 ແຫ່ງໃນອຸທຸມພອນ ພ້ອມບໍລິການອາຫານທ່ຽງໃຫ້ນັກຮຽນ

ນີ້ແມ່ນໜຶ່ງໃນຮູບປະທຳຂອງການປະຕິບັດໂຄງການສົ່ງເສີມໃຫ້ເດັກນ້ອຍທຸກຄົນໄດ້ເຂົ້າຮຽນຊັ້ນປະຖົມສຶກສາ (ໄລຍະທີ 2 ປີ 2016-2022) ໂດຍການຕອບສະໜອງອາຫານທ່ຽງໃນ 46 ໂຮງຮຽນຂອງເມືອງອຸທຸມພອນ ແຂວງສະຫວັນນະເຂດ.

ເມື່ອວັນທີ 1 ກຸມພາ 2022, ທີ່ໂຮງຮຽນປະຖົມສົມບູນບ້ານໂພນຢານາງ ເມືອງອຸທຸມພອນ ກໍໄດ້ມີພິທີມອບ-ຮັບວຽກງານໂຄງການສົ່ງເສີມອາຫານທ່ຽງໃນ 46 ໂຮງຮຽນປະຖົມ, ໂດຍການເຂົ້າຮ່ວມຂອງ ທ່ານ ນາງ ຂັນທະລີ ສີຣິພົງພັນ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກີລາ, ທ່ານ ນາງ ຫຼິງທອງ ແສງຕາວັນ ຮອງເຈົ້າແຂວງສະຫວັນນະເຂດ , ທ່ານ ປີເຕີຣ໌ ເຮຍ໌ມອນ ເອກອັກຄະລັດຖະທູດສະຫະລັດອະເມຣິກາປະຈໍາ ສປປ ລາວ, ທ່ານ ນາງ ມະນີ ເຢຍປາວເຮີ ຮອງກໍາມາທິການວັດທະນະທໍາ-ສັງຄົມ ສະພາແຫ່ງຊາດ, ທ່ານ ໂຈຊົວ ພູລ ຜູ້ຕາງໜ້າອົງການ ໂຄງການສົ່ງເສີມໃຫ້ເດັກນ້ອຍທຸກຄົນໄດ້ເຂົ້າຮຽນຊັ້ນປະຖົມສຶກສາ (CRS) ປະຈໍາ ສປປ ລາວ ແລະ ບັນດາຜູ້ກ່ຽວຂ້ອງ.

ຂະແໜງການສຶກສາທິການ ແລະ ກີລາ, ໄດ້ຮັບການສະໜັບສະໜູນຊ່ວຍເຫຼືອດ້ານການເງິນ ແລະ ດ້ານວິຊາການຈາກລັດຖະບານສະຫະລັດອະເມຣິກາ ໂດຍຜ່ານອົງການອາຫານໂລກ ປະຈໍາ ສປປ ລາວ ແລະ ອົງການບັນເທົາທຸກຄາທໍລິກ ປະຈໍາ ສປປ ລາວ, ເປັນເວລາ 20 ປີທີ່ໄດ້ຮັບການສະໜັບສະໜູນວຽກງານສະໜອງອາຫານທ່ຽງໃນໂຮງຮຽນຊັ້ນອະນຸບານ ແລະ ປະຖົມສຶກສາ ໂດຍໄດ້ປັບປ່ຽນການບໍລິໂພກຈາກຮູບແບບອາຫານຫວ່າງ ມາເປັນອາຫານທ່ຽງໃນໂຮງຮຽນ, ພ້ອມນັ້ນ ກໍໄດ້ສ້າງ ແລະ ປັບປຸງລະບົບນໍ້າໃຊ້ ແລະ ສົ່ງເສີມສຸຂະອະນາໄມ, ໃຫ້ການສະໜັບສະໜູນດ້ານການຜະລິດກະສິກໍາສວນຄົວຂອງໂຮງຮຽນ, ໄດ້ສ້າງຄວາມເຂັ້ມແຂງກ່ຽວກັບການຄຸ້ມຄອງບໍລິຫານໃຫ້ຄະນະຮັບຜິດຊອບໂຄງການ ນັບແຕ່ຂັ້ນສູນກາງລົງເຖິງຂັ້ນທ້ອງຖິ່ນ. ນອກນັ້ນ, ກໍໄດ້ສະໜັບສະໜູນການສ້າງ ແລະ ປັບປຸງນິຕິກໍາຈໍານວນໜຶ່ງທີ່ເປັນພື້ນຖານຮັບໃຊ້ວຽກງານສົ່ງເສີມອາຫານທ່ຽງໃນໂຮງຮຽນ, ຊຶ່ງໄດ້ປະກອບສ່ວນໃຫ້ລັດຖະບານ ສປປ ລາວ ກໍຄືກະຊວງສຶກສາທິການ ແລະ ກີລາ, ສາມາດຈັດຕັ້ງປະຕິບັດວຽກງານການສົ່ງເສີມອາຫານໃນໂຮງຮຽນໃຫ້ມີຄວາມຍືນຍົງດ້ວຍການມີສ່ວນຮ່ວມຂອງທ້ອງຖິ່ນ ແລະ ຊຸມຊົນ.

ຕະຫຼອດໄລຍະໃນການດໍາເນີນກິດຈະກໍາຂອງໂຄງການສົ່ງເສີມອາຫານທ່ຽງໃນໂຮງຮຽນ ເຮັດໃຫ້ອໍານາດການປົກຄອງ, ຄະນະພັດທະນາການສຶກສາຂັ້ນບ້ານ ຫຼື ຊຸມຊົນມີຄວາມເຂັ້ມແຂງ, ເດັກນ້ອຍນັກຮຽນໄດ້ກິນເຂົ້າທ່ຽງທີ່ຖືກຫຼັກໂພຊະນາການ, ຊ່ວຍຫຼຸດຜ່ອນອາການຫິວໃນເວລາຮຽນ ແລະ ບໍ່ຈໍາເປັນກັບບ້ານ ຈິ່ງມີເວລາຮຽນໜັງສືຫຼາຍຂຶ້ນ, ນອກນັ້ນ ຍັງມີກິດຈະກໍາຫໍສະໝຸດເພີ່ມທັກສະໃນການອ່ານ ຊຶ່ງເຫັນໄດ້ຄວາມຄືບໜ້າທາງດ້ານການຮຽນ.