ຂະບວນລົດ “ໃຈອາສາຖີບ” ທ່ຽວຊົມເມືອງປາກອູ

ນີ້ຄືໜຶ່ງໃນກິດຈະກຳລາວທ່ຽວລາວ ໂດຍການເຕົ້າໂຮມຂະບວນຖີບລົດ (ໃຈອາສາຖີບ) ຈາກນະຄອນຫຼວງພຣະບາງ ເດີນທາງໄປເມືອງປາກອູ ຊຶ່ງມີໄລຍະທາງປະມານ 30 ກວ່າກິໂລແມັດ, ເລີ່ມຈາກ 4 ແຍກຕະຫຼາດກາງຄືນ ແລະ ມີຈຸດໝາຍປາຍທາງທີ່ແຫຼ່ງທ່ອງທ່ຽວສີຂຽວ.

ກິດຈະກຳຂະບວນລົດຖີບຊົມແຫຼ່ງທ່ອງທ່ຽວສີຂຽວ ເມືອງປາກອູ, ຈັດຂຶ້ນເມື່ອວັນທີ 29 ມັງກອນ 2022 ໂດຍການເຂົ້າຮ່ວມຂອງ ທ່ານ ນາງ ສຸດາພອນ ຄົມທະວົງ ຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ແຂວງຫຼວງພຣະບາງ, ທ່ານ ມາຊາຊູມິ ໂອກາວະ ຫົວໜ້າຊ່ຽວຊານໂຄງການສ້າງຄວາມອາດສາມາດດ້ານການຄຸ້ມຄອງ ແລະ ປົກປັກຮັກສາມໍລະດົກໂລກຫຼວງພຣະບາງແບບຍືນຍົງເພື່ອການທ່ອງທ່ຽວ ທັງເປັນຜູ້ຕາງໜ້າໂຄງການຮ່ວມມືສາກົນຍີ່ປຸ່ນ ປະຈໍາລາວ, ມີເຈົ້າເມືອງໆປາກອູ ແລະສະມາຄົມທຸລະກິດທ່ອງທ່ຽວ, ສະມາຄົມຖີບລົດ ພ້ອມດ້ວຍກຸ່ມທຸລະກິດຜູ້ອຸປະຖໍາເຂົ້າຮ່ວມ.

ທັງນີ້, ໄດ້ມີພິທີຕັດແຖບຜ້າເປີດງານຢ່າງເປັນທາງການ ຢູ່ຕະຫຼາດຊຸມຊົນບ້ານ ຊ່າງໄຫ ແລະ ຮັບຟັງການບັນຍາຍປະຫວັດຄວາມເປັນມາຂອງບ້ານຊ່າງໄຫ, ຈາກນັ້ນຂະບວນຂີ່ລົດຖີບກໍມຸ່ງໜ້າໄປຫາແຫຼ່ງທ່ອງທ່ຽວເມືອງປາກອູ, ແວ່ຊົມແຄມປ໌ຊ້າງທ່ອງທ່ຽວມະນີຟ້າ, ແວ່ຊົມຜາແອ່ນ (ນໍ້າອູ) ຮັບຟັງການບັນຍາຍປະຫວັດຜາແອ່ນ, ຈາກນັ້ນ ກໍກັບຈາກເມືອງປາກອູ ຄືນສູ່ນະຄອນຫຼວງພຣະບາງ ແລະ ອີກພາກສ່ວນໜຶ່ງແມ່ນໄດ້ຂີ່ເຮືອລ່ອງຊົມວີວທໍາມະຊາດລຽບຕາມແຄມຝັ່ງແມ່ນໍ້າຂອງຈາກຜາແອ່ນ(ນໍ້າອູ) ລ່ອງສູ່ແມ່ນໍ້າຂອງ ເພື່ອຊົມທັດສະນິຍະພາບສອງຝັ່ງແມ່ນໍ້າ ແລະ ທໍາມະຊາດຕອນຕາເວັນຕົກດິນ, ຊຶ່ງບັນຍາກາດແມ່ນເຕັມໄປດ້ວຍຄວາມເບີກບານມ່ວນຊື່ນ.