ການຂົນສົ່ງໂດຍສານ ແລະ ສິນຄ້າຜ່ານທາງລົດໄຟລາວ-ຈີນ ນັບມື້ເພີ່ມຂຶ້ນ

ມາຮອດວັນທີ 30 ມັງກອນ 2022, ນັບເປັນເວລາເກືອບ 2 ເດືອນ ທີ່ລົດໄຟລາວ-ຈີນ ໄດ້ຮັບໃຊ້ການຂົນສົ່ງຜູ້ໂດຍສານຊຶ່ງມີຜູ້ມາໃຊ້ບໍລິການຫຼາຍກວ່າ 1 ລ້ານເທື່ອຄົນ ແລະ ຂົນສົ່ງສິນຄ້າຂ້າມຊາດຫຼາຍກວ່າ 1 ແສນໂຕນ.

ໂດຍກຸ່ມບໍລິສັດທາງລົດໄຟຈີນ ຈຳກັດ ສາຂາຄຸນມິງ , ໄດ້ເປີດເຜີຍວ່າ: ທາງລົດໄຟລາວ-ຈີນ,ຕອນຢູ່ໃນປະເທດຈີນ ແມ່ນມີລົດໄຟໄປກັບສະເລ່ຍ 28,5 ຂະບວນຕໍ່ວັນ, ເພີ່ມຂຶ້ນ 9 ຂະບວນເມື່ອທ່ຽບໃສ່ໄລຍະກ່ອນບຸນກຸດຈີນ, ສະເລ່ຍແລ້ວ ໄດ້ເພີ່ມບ່ອນນັ່ງ ແລະ ຕຽງນອນ 3 ໝື່ນ 9 ພັນບ່ອນຕໍ່ວັນ ຊຶ່ງເພີ່ມຂຶ້ນ 40%; ສ່ວນທາງລົດໄຟລາວ-ຈີນ, ຕອນຢູ່ໃນປະເທດລາວ ກໍໄດ້ເພີ່ມຂະບວນລົດໄຟໄປກັບ 1-2 ຂະບວນຕໍ່ວັນ.

ທ່ານ ຊູເຈຍເຟີງ ຫົວໜ້າພະແນກການຕະຫາດຂອງສະຖານີລົດໄຟຄຸນມິງຕາເວັນອອກຂອງ ກຸ່ມບໍລິສັດທາງລົດໄຟຈີນ ຈຳກັດ ສາຂາຄຸນມິງ, ໃຫ້ຮູ້ວ່າ: ປັດຈຸບັນ, ປະເພດສິນຄ້າທີ່ຂົນສົ່ງດ້ວຍທາງລົດໄຟລາວ-ຈີນ ໄດ້ເພີ່ມຂຶ້ນຢ່າງບໍ່ຢຸດຢັ້ງ, ໃນນັ້ນ ສິນຄ້າເຄື່ອນຍ້າຍຜ່ານທາງລົດໄຟລາວ-ຈີນ ມີປະເພດອາຫານເຊັ່ນ: ເຂົ້າສານ, ເບຍ ແລະອື່ນໆ ລວມເຖິງເຄື່ອງໃຊ້ປະຈຳວັນຕ່າງ ກໍເພີ່ມຂຶ້ນນັບມື້.