ສະຫາຍ ພອຍຄຳ ຮຸ່ງບຸນຍວງ ຂຶ້ນເປັນເລຂາພັກແຂວງ ເຈົ້າແຂວງໄຊສົມບູນ

ສຳເລັດພິທີມອບ-ຮັບໜ້າທີ່ລະຫວ່າງ ສະຫາຍ ພົຕ ຄຳລຽງ ອຸທະໄກສອນ, ເລຂາພັກແຂວງ, ເຈົ້າແຂວງໄຊສົມບູນ ຜູ້ເກົ່າ ແລະ ສະຫາຍ ພອຍຄຳ ຮຸ່ງບຸນຍວງ ຮອງເລຂາພັກແຂວງ ຂຶ້ນເປັນເລຂາພັກແຂວງ, ເຈົ້າແຂວງໄຊສົມບູນ ຜູ້ໃໝ່, ເຂົ້າຮ່ວມໃນພິທີຊຶ່ງຈັດຂຶ້ນໃນວັນທີ 31 ມັງກອນ 2022 ໂດຍສະຫາຍ ບຸນທອງ ຈິດມະນີ ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ, ມີບັນດາສະຫາຍຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສູນກາງພັກ, ຫົວໜ້າກົມ-ຮອງກົມາກສູນກາງ ພ້ອມດ້ວຍຄະນະພັກ-ຄະນະນຳແຂວງ, ການນຳທັງ 5 ເມືອງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພິຍານ.

ທັງນີ້, ສະຫາຍ ພົຕ ຄໍາລຽງ ອຸທະໄກສອນ ໄດ້ລາຍງານຜົນການຈັດຕັ້ງປະຕິບັດວຽກງານຮອບດ້ານໃນໄລຍະ 3 ປີຜ່ານມາ;ໂດຍໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດ ໃຫ້ສະມາຊິກພັກ, ພະນັກງານ-ລັດຖະກອນ, ທະຫານ,ຕຳຫຼວດ ແລະປະຊາຊົນບັນດາເຜົ່າຢ່າງກວ້າງຂວາງໄປພ້ອມກັບການເຕົ້າໂຮມຄວາມສາມັກຄີຢ່າງເປັນປຶກແຜ່ນ, ເຮັດໃຫ້ແຂວງໄຊສົມບູນ ມີຄວາມສະຫງົບຢ່າງໜັກແໜ້ນ, ເສດຖະກິດມີບາດກ້າວຂະຫຍາຍຕົວດ້ວຍຈັງຫວະໄວ ແລະຕໍ່ເນື່ອງຊຶ່ງເຕີບໂຕໃນລະດັບ 7,6%, ລວມຍອດຜະລິດຕະພັນພາຍໃນ ຫຼື GDP ບັນລຸໄດ້ 1.336,54 ຕື້ກີບ, ລາຍຮັບສະເລ່ຍຕໍ່ຫົວຄົນ 13,59 ລ້ານກີບຕໍ່ຄົນຕໍ່ປີ, ເທົ່າກັບ 103,69% ຂອງແຜນປີ ແລະຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າກໍໄດ້ຮັບການປັບປຸງດີຂຶ້ນເປັນກ້າວໆ.

ໃນໂອກາດສຳຄັນນີ້, ສະຫາຍ ບຸນທອງ ຈິດມະນີ ໄດ້ໃຫ້ທິດຊີ້ນຳສະຫາຍ ເລຂາພັກແຂວງ, ເຈົ້າແຂວງໄຊສົມບູນ ຜູ້ໃໝ່ ຈົ່ງສືບຕໍ່ນຳພາໝູ່ຄະນະ ແລະ ເປັນຫົວຈັກຫຼັກແຫຼ່ໃນການສ້າງສາພັດທະນາແຂວງໄຊສົມບູນ ໃຫ້ມີຄວາມເຂັ້ມແຂງຮອບດ້ານ, ໂດຍເນັ້ນໃສ່ການສຶກສາອົບຮົມການເມືອງ-ແນວຄິດ ໃຫ້ພະນັກງານສະມາຊິກພັກ, ທະຫານ-ຕຳຫວດ ແລະ ປະຊາຊົນບັນດາເຜົ່າ ເປັນວຽກອັນດັບຕົ້ນ, ພ້ອມທັງເປັນຄັນທຸງເຕົ້າໂຮມຄວາມສາມັກຄີພາຍໃນພັກໃຫ້ແໜ້ນແຟ້ນ ໂດຍສອດຫ້ອຍກັບການເພີ່ມທະວີວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານ ເພື່ອຮັບປະ ກັນໃຫ້ແຂວງໄຊສົມບູນມີສະຖຽນລະພາບທາງດ້ານການເມືອງ ແລະ ມີຄວາມສະຫງົບປອດໄພຢ່າງໜັກແໜ້ນ, ໄປພ້ອມກັບການຫັນພະນັກງານລົງກໍ່ສ້າງຮາກຖານການເມືອງຕາມທິດ 3 ສ້າງ ຢູ່ຮາກຖານ, ລວມໄປເຖິງການເອົາໃຈໃສ່ສັກວັນປ້ອງກັນພະຍາດໂຄວິດ-19 ໃຫ້ບັນລຸຕາມເປົ້າໝາຍ.

ໃນວາລະດຽວກັນ, ສະຫາຍ ບຸນທອງ ຈິດມະນີ ກໍໄດ້ນໍາເອົາອຸປະກອນປ້ອງກັນໂຄວິດ-19 ຈຳນວນໜຶ່ງໄປມອບໃຫ້ແຂວງໄຊສົມບູ.