ກຸ່ມປອມແປງເອກະສານຖືກຕຳຫຼວດມ້າງ ຊັດທອດເຖິງຫຼາຍລາຍ

ເຜີຍຂະບວນການປອມແປງເອກະສານທີ່ປະຕິບັດງານເປັນກຸ່ມແກ້ງ, ນີ້ແມ່ນໜຶ່ງຮູບແບບສ້າງເງື່ອນໄຂໃຫ້ແກ່ບາງກຸ່ມຄົນໃຊ້ເປັນຊ່ອງທາງຫຼົບຫຼີກມາດຕະການທາງກົດໝາຍອັນກໍ່ໃຫ້ເກີດຄວາມເສຍຫາຍແກ່ປະເທດຊາດ ແລະ ຄວາມບໍ່ສະຫງົບໃນສັງຄົມ.

ລາຍງານຂ່າວຂອງກຳລັງປ້ອງກັນຄວາມສະຫງົບນະຄອນຫຼວງວຽງຈັນ ໃນວັນທີ 30 ມັງກອນ 2022, ໃຫ້ຮູ້ວ່າ: ພະແນກສືບສວນ-ສອບສວນຄະດີອາຍາ ຫ້ອງຕໍາຫຼວດ ປກສ ນວ,ສາມາດມ້າງກຸ່ມແກ້ງປອມແປງເອກະສານໄດ້ 5 ຄົນ ເມື່ອລະຫວ່າງວັນທີ 22- 24 ພະຈິກ 2021, ຊຶ່ງປະກອບມີ ທ້າວ ນ້ອຍ ອາຍຸ 19 ປີ ຢູ່ບ້ານຈອມມະນີ, ທ້າວ ຈິດອານັນ ອາຍຸ 24 ປີ ກໍາມະກອນ ຢູ່ບ້ານຄໍາສະຫວາດ, ທ້າວ ສົມສັກ ຫຼື ກົບ ອາຍຸ 27 ປີ ຄ້າຂາຍຢູ່ບ້ານໂນນສະຫວ່າງ ທັງ3 ຄົນຢູ່ເມືອງໄຊເສດຖາ, ທ້າວ ອານຸສິດ ຫຼື ເລ້ ອາຍຸ 43 ປີ ພະນັກງານ ຢູ່ບ້ານພະຂາວ ເມືອງໄຊທານີ ແລະ ນາງ ອໍາພອນ ອາຍຸ 35 ປີ ປະຊາຊົນຢູ່ບ້ານສີໄຄທ່າ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ.

ໃນນັ້ນ, ຂອງກາງຄະດີທີ່ເກັບກູ້ມາໄດ້ມີປ້າຍທະບຽນປອມ 5 ແຜ່ນ, ໃບຂັບຂີ່ພາຫະນະປອມ 14 ໃບ, ໃບທະບຽນພາຫະນະປອມ 8 ໃບ, ບັດປະຈໍາຕົວປອມ 2 ໃບ, ໃບເສຍຄ່າທາງປອມ 2 ໃບ, ໃບກວດກາເທຄນິຄປອມ 4 ໃບ, ປຶ້ມຂໍ້ມູນລົດເຫຼືອງປອມ 3 ຫົວ, ໃບພີວີຊີກາຣ໌ດບໍ່ທັນໄດ້ພິມຕົວໜັງສື 40 ໃບ (ມີໄວ້ເພື່ອເຮັດ ແລະ ພິມຕົວໜັງສືໃສ່ປະເພດໃບຂັບຂີ່ຍານພາຫະນະປອມ, ໃບທະບຽນຍານພາຫະນະປອມ, ບັດປະຈໍາຕົວປອມ), ຕາປະທັບປອມກອງຄຸ້ມຄອງພາຫະນະ ແລະ ການຂັບຂີ່ ນວ 1 ຕາ, ຕາປະທັບກອງຄຸ້ມຄອງພາຫະນະ ແລະ ການຂັບຂີ່ແຂວງຄໍາມ່ວນ ບໍ່ມີອະນຸຍາດໃຫ້ນໍາໃຊ້ ຫຼື ເອີ້ນວ່າຕາປະທັບປອມ 1 ຕາ, ກາຊື່ບຸກຄົນປອມ 3 ກາ, ກາຈໍ້າວັນທີ 1 ອັນ, ຄອມພວເຕີຣ໌ຕັ້ງໂຕະ 1 ຊຸດ, ເຄື່ອງປຣິ້ນເຕີຣ໌ 2 ໜ່ວຍ, ເຄື່ອງລີດບັດແຂງ 1 ໜ່ວຍ ແລະ ເຄື່ອງຕັດເຈ້ຍ 1 ເຄື່ອງ.

ຜ່ານການສືບສວນ-ສອບສວນ ຜູ້ຖືກຫາທັງ 5 ຄົນຮັບສາລະພາບວ່າ: ໄດ້ສົມຮູ້ຮ່ວມຄິດແລະ ແບ່ງຄວາມຮັບຜິດຊອບກັນຕິດຕໍ່ພົວພັນກັບບຸກຄົນທີ່ຕ້ອງການແລ່ນເອກະສານຂຶ້ນທະບຽນໃບຂັບຂີ່ ແລະ ເສຍຄ່າທາງ (ປອມແປງ) ພາຍຫຼັງມີຄົນມາໃຊ້ບໍລິການ, ພວກກ່ຽວກໍພາກັນມາຜະລິດຕາປະທັບ ແລະ ກາຊື່ ທີ່ບໍ່ມີອະນຸຍາດນໍາໃຊ້, ມີການຮຽກເກັບຄ່າແຮງງານ ລົດຈັກຄັນໜຶ່1,2 ລ້ານກີບ, ເອກະສານລົດໃຫຍ່ 3,3 ລ້ານກີບ, ຜ່ານມາໄດ້ຜະລິດທະບຽນລົດຈັກປອມ 15 ຄັນ, ທະບຽນລົດໃຫຍ່ 15 ຄັນ, ບັດປະຈໍາຕົວປອມ 2 ບັດ; ໃນການເຮັດແມ່ນທ້າວ ອານຸສິດ ຫຼື ເລ້ ເປັນຜູ້ເຮັດ, ສ່ວນທ້າວ ສົມລັກ ຫຼື ກົບ, ນາງ ອໍາພອນ, ທ້າວ ຈິດອານັນ ແລະ ທ້າວ ນ້ອຍ ເປັນຜູ້ເອົາຂໍ້ມູນລາຍຊື່ບຸກຄົນທີ່ຕ້ອງການເຮັດເອກະສານປອມ ສົ່ງຂໍ້ມູນໃຫ້ທ້າວ ເລ້.

ຄະດີດັ່ງກ່າວພວມຢູ່ລະຫວ່າງການເກັບກໍາຂໍ້ມູນຫຼັກຖານຂະຫຍາຍຜົນສືບຫາຜູ້ທີ່ມີການຊັດທອດເຖິງ, ເພື່ອນໍາຕົວມາດໍາເນີນຄະດີຕາມກົດໝາຍ.