ຕ້ານບໍ່ຢູ່ ສູ້ບໍ່ໄຫວ ສະເປນ ປ່ຽນວິຖິໃໝ່ຢູ່ຮ່ວມໂຄວິດ

            ຫຼາຍປະເທດໃນຢຸໂຣປ ໄດ້ເລີ່ມປັບຍຸດທະສາດໃນການຮັບມືກັບພະຍາດໂຄວິດ-19 ທີ່ລະບາດມາເຖິງ 2 ປີ, ດ້ວຍການປັບປ່ຽນເປັນຍອມຮັບ ແລະ ຢູ່ຮ່ວມກັບໄວຣັສອັກເສບປອດສາຍພັນໃໝ່, ທີ່ຍັງບໍ່ມີທ່າທີວ່າຈະຢຸດຕິລົງງ່າຍໆ.

            ອີງຕາມລາຍງານຂອງສຳນັກຂ່າວຕ່າງປະເທດ ໃນວັນທີ 21 ມັງກອນ 2022 ໄດ້ລະບຸວ່າ: ສະເປນ ເປັນໜຶ່ງໃນປະເທດທີ່ມີຈຳນວນຜູ້ສັກວັຄຊີນປ້ອງກັນພະຍາດໂຄວິດ-19 ສູງທີ່ສຸດ, ຊຶ່ງໄດ້ຮັບຜົນກະທົບທາງເສດຖະກິດສູງສຸດປະເທດໜຶ່ງຈາກການແພ່ລະບາດ ແລະ ກຳລັງກຽມຄວາມພ້ອມທີ່ຈະໃຫ້ການຮອງຮັບວິທີການຮັບມືໂຄວິດ-19 ທີ່ປ່ຽນແປງໄປ. ໂດຍລັດຖະບານສະເປນ, ໄດ້ວາງແຜນທີ່ຈະຮັບມືກັບການແພ່ລະບາດຂອງພະຍາດໂຄວິດ-19 ຮອບໜ້າວ່າ: ບໍ່ໄດ້ເປັນພາວະສຸກເສີນ, ແຕ່ເປັນການຮັບມືກັບພະຍາດທີ່ເຮັດໃຫ້ຜູ້ຄົນເຈັບປ່ວຍ ຊຶ່ງຈະຄົງຢູ່ຕະຫຼອດໄປ.

            ນອກຈາກປະເທດສະເປນແລ້ວ, ປະເທດເພື່ອນບ້ານຢ່າງ ໂປຣຕຸເກສ ລວມເຖິງອັງກິດ, ກໍມີລາຍງານວ່າ: ກຳລັງພິຈາລະນາທີ່ຈະຮັບມືກັບໂຄວິດ-19 ໃນຖານະພະຍາດທຳມະດາເຊັ່ນກັນ. ຊຶ່ງແນວຄິດຂອງການປ່ຽນແປງວິທີຮັບມືການລະບາດຂອງພະຍາດໂຄວິດ-19 ຈາກຮູບແບບຮັບມືວິກິດການ, ມາເປັນການຄວບຄຸມ ແລະ ກໍແມ່ນວິທີດຽວກັບປະເທດສ່ວນໃຫຍ່ທີ່ເຄີຍຮັບມືກັບໄຂ້ຫວັດ ຫຼື ໂຣກຫັດ, ອັນໝາຍເຖິງການຍອມຮັບວ່າ: ການຕິດເຊື້ອຕ້ອງເກີດຂຶ້ນ ແລະ ຈະມີການດູແລຜູ້ປ່ວຍໃນກຸ່ມສ່ຽງ ລວມເຖິງຄົນໄຂ້ທີ່ມີອາການຊັບຊ້ອນ.

            ຢ່າງໃດກໍຕາມ, ອົງການອະນາໄມໂລກ ກໍອອກມາເຕືອນວ່າ “ຂະນະນີ້ຍັງໄວເກີນໄປທີ່ຈະປັບປ່ຽນໂດຍທັນທີ, ຊຶ່ງ WHO ຍັງບໍ່ໄດ້ຈັດລໍາດັບຄວາມສໍາຄັນຕ່າງໆ ສໍາລັບການປະກາດໃຫ້ໂຄວິດ-19 ເປັນໂຣກສະເພາະຖິ່ນ, ແຕ່ຜູ້ຊ່ຽວຊານຂອງອົງການອະນາໄມໂລກກໍລະບຸກ່ອນໜ້ານີ້ວ່າ: ການປະກາດໃຫ້ໂຄວິດ-19 ເປັນພະຍາດສະເພາະຖິ່ນ, ເກີດຂຶ້ນໄດ້ກໍຕໍ່ເມື່ອເຮົາສາມາດຄາດເດົາໄວຣັສໄດ້ຫຼາຍກວ່ານີ້, ລວມເຖິງຄວາມສາມາດຄວບຄຸມການແພ່ລະບາດຂອງພະຍາດໂຄວິດໄດ້.