ດຳເນີນ 8 ວາລະສຳຄັນ ໃນກອງປະຊຸມລັດຖະບານ ປະຈໍາເດືອນມັງກອນ

ໃນວາລະດຳເນີນກອງປະຊຸມລັດຖະບານ ສະໄໝສາມັນປະຈໍາເດືອນມັງກອນ 2022 ລະຫວ່າງວັນທີ 20-21 ມັງກອນ 2022, ໂດຍຫົວໜ້າລັດຖະບານ ແລະ ບັນດາສະມາຊິກຈະໄດ້ພ້ອມກັນຄົ້ນຄວ້າ ແລະ ປະກອບຄຳເຫັນຕໍ່ 8 ວາລະສຳຄັນ, ຊຶ່ງຖືເປັນທິດທາງຜນການ ແລະຍຸດທະສາດພັດທະນາປະເທດຕາມມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ.

ວາລະເປີດກອງປະຊຸມຢ່າງເປັນທາງການຈັດຂຶ້ນໃນຕອນເຊົ້າຂອງວັນທີ 20 ມັງກອນ ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ ພັນຄໍາ ວິພາວັນ ນາຍົກລັດຖະມົນຕີ, ມີບັນດາຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.

ໂອກາດນີ້, ທ່ານນາຍົກລັດຖະມົນຕີ ໄດ້ກ່າວວ່າ: ເດືອນມັງກອນນີ້, ມີຫຼາຍເຫດການພົ້ນເດັ່ນເປັນຕົ້ນແມ່ນຄະນະລັດຖະບານ ໄດ້ເດີນທາງໄປເຄື່ອນໄຫວຢ້ຽມຢາມຢ່າງເປັນທາງການຢູ່ສາທາລະນະລັດສັງຄົມນິຍົມຫວຽດນາມ ດ້ວຍຜົນສໍາເລັດອັນຈົບງາມ. ພ້ອມນີ້, ປີ 2022 ກໍເປັນປີໜຶ່ງທີ່ມີທັງກາລະໂອກາດ ແລະ ສິ່ງທ້າທາຍຫຼາຍຢ່າງສໍາລັບລັດຖະບານຊຸດທີ IX ທີ່ກໍາລັງກ້າວເຂົ້າສູ່ປີທີ 2 ຂອງການບໍລິຫານປະເທດລວມທັງການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ IX ແລະ ເປັນປີທີສອງຂອງການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ເພື່ອສ້າງການຫັນປ່ຽນໃໝ່ຢ່າງແຂງແຮງ, ເລິກເຊິ່ງ, ຮອບດ້ານຕາມມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ໃຫ້ເປັນຮູບປະທຳ ແລະ ປະສົບຜົນສຳເລັດ.

ກອງປະຊຸມ ຈະໄດ້ຮັບຟັງ, ຄົ້ນຄວ້າປຶກສາຫາລື ແລະ ປະກອບຄຳເຫັນ ຕໍ່ 8 ວາລະທີ່ສຳຄັນ ຄື: 1) ບົດລາຍງານສະຫຼຸບຕີລາຄາ ການຈັດຕັ້ງປະຕິບັດມາດຕະການປ້ອງກັນ, ຄວບຄຸມ ແລະ ສະກັດກັ້ນການແພ່ລະບາດຂອງພະຍາດໂຄວິດ 19 ແລະ ລາຍງານຂໍ້ຫຍຸ້ງຍາກກ່ຽວກັບການດຳເນີນທຸລະກິດຢູ່ປະເທດເຮົາ. 2) ບົດລາຍງານການກະກຽມຄວາມພ້ອມ ໃຫ້ແກ່ກອງປະຊຸມທົ່ວປະເທດ ເພື່ອສ້າງຂະບວນການຮັກຊາດ ແລະ ພັດທະນາ ຕິດພັນກັບວຽກງານສາມສ້າງ, ຄົ້ນຄວ້າມາດຖານ, ເງື່ອນໄຂການຍ້ອງຍໍຄືນໃໝ່. 3) ບົດລາຍງານຜົນສໍາເລັດກອງປະຊຸມ ຄັ້ງທີ 44 ຂອງຄະນະກຳມະການຮ່ວມມືທະວພາຄີ ລະຫວ່າງ ລັດຖະານ ສປປ ລາວ ແລະ ລັດຖະບານ ສສ ຫວຽດນາມ ປະຈໍາປີ 2022 ແລະ ສະເໜີທິດຜັນຂະຫຍາຍຜົນກອງປະຊຸມດັ່ງກ່າວ. 4) ຮ່າງກົດໝາຍ ວ່າດ້ວຍການຄຸ້ມຄອງເງິນຕາຕ່າງປະເທດ. 5) ຮ່າງດຳລັດ ວ່າດ້ວຍເຂດສະຫງວນທາງຫຼວງ. 6) ຮ່າງວິໃສທັດຮອດປີ 2035 ຍຸດທະສາດພັດທະນາວຽກງານນໍ້າປະປາ ແລະ ສຸຂາພິບານໄລຍະ 9 ປີ (2022-2030) ແລະ ແຜນພັດທະນາໄລຍະ 4 ປີ (2022-2025).7) ຮ່າງດຳລັດ ວ່າດ້ວຍການຂ້າສັດ, ທໍາລາຍຊາກສັດ ແລະ ຊົດເຊີຍ. 8) ຮ່າງນະໂນບາຍການສົ່ງເສີມ ການລ້ຽງສັດຕ່າງໆ ລວມທັງສັດນໍ້າ.

ພິເສດເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບ ຮອບ 73 ປີ, ກອງປະຊຸມກໍໄດ້ຈັດພິທີອວຍພອນ ແລະມອບກະຕ່າດອກໄມ້ໃຫ້ກະຊວງປ້ອງກັນປະເທດ, ກໍຄືກອງທັບປະຊາຊົນລາວໃຫ້ກຽດມອບໂດຍທ່ານນາຍົກລັດຖະມົນຕີ ແລະຮັບໂດຍ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ.

ຂອບໃຈຂໍ້ມູນຈາກ: ກົມປະຊາສຳພັນ, ຫສນຍ