ປະທານປະເທດ ຢ້ຽມຢາມພະນັກງານເສຍອົງຄະ

ໃນວັນທີ 20 ມັງກອນ 2022, ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດແຫ່ງ ສປປ ລາວ ພ້ອມດ້ວຍຄະນະ, ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ພົບປະບັນດາອະດີດນາຍ ແລະ ພົນທະຫານ ທີ່ສູນເສຍອົງຄະພິເສດ 790 ແລະ ສູນ 489, ໂດຍມີພະນັກງານການນຳຂອງສູນ, ພະນັກງານອະວຸໂສບຳນານ, ອະດີດນາຍ ແລະ ພົນທະຫານ ໃຫ້ການຕ້ອນຮັບ.

ພັນໂທ ບຸນມີ ອິນທະວົງສາ ເລຂາໜ່ວຍພັກ, ຫົວໜ້າການເມືອງສູນເສຍອົງຄະພິເສດ 790 ໄດ້ລາຍງານວ່າ: ສູນເສຍອົງຄະພິເສດ 790 ເປັນບ່ອນເຕົ້າໂຮມເອົາອະດີດນາຍ ແລະ ພົນທະຫານທີ່ເສຍອົງຄະໃນການສູ້ຮົບ ແລະ ຮັບໃຊ້ການສູ້ຮົບ, ຊຶ່ງຈັດເປັນປະເພດພິເສດເຂົ້າມາເຕົ້າໂຮມກັນ. ສູນແຫ່ງນີ້ປະກອບມີຫ້ອງການ, ໂຮງໝໍ, ສະໂມສອນ, ພາຫະນະຮັບໃຊ້, ວັດຖຸອຸປະກອນ ແລະ ເຄື່ອງໃຊ້ຕ່າງໆ, ມີເນື້ອທີ່ດິນໃນການຄຸ້ມຄອງເພື່ອຈັດສັນປຸກສ້າງເຮືອນໃຫ້ພະນັກງານເສຍອົງຄະ ແລະ ດິນທຳການຜະລິດ. ປັດຈຸບັນໃນສູນມີຈຳນວນພົນ 181 ຄົນ, ພະນັກງານເສຍອົງຄະ 44 ຄົນ, ພະນັກງານບຳນານ 52 ຄົນ, ພະນັກງານດູແລ 50 ຄົນ, ພະນັກງານປະຈຳການ 30 ຄົນ, ມີແພດ 5 ຄົນ, ມີຄະນະບັນຊາສູນ 4 ຄົນ, ມີ 3 ຂະແໜງການ ແລະ ມີ 1 ໂຮງໝໍ 15 ຕຽງ.

ໂດຍທ່ານເລຂາທິການໃຫຍ່,ໄດ້ໂອ້ລົມຕໍ່ຄະນະພັກ, ຄະນະບັນຊາສູນເສຍອົງຄະພິເສດ 790 ໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 73 ປີ, ໂດຍທ່ານໄດ້ຍົກໃຫ້ເຫັນຄວມເອົາໃຈໃສ່ຂອງພັກ-ລັດ ໃນການເບິ່ງແຍງດູແລ, ໃກ້ຊິດຕິດແທດຕາມຄວາມສາມາດ ແລະ ກໍາລັງ, ຊຶ່ງສະແດງອອກເຖິງຄວາມເປັນຫ່ວງເປັນໃຍຄືດັ່ງຄົນໃນຄອບຄົວດຽວກັນ, ພະຍາຍາມຊອກຫາທຸກວິທີທາງເພື່ອຊ່ວຍເຫຼືອ ແລະ ອໍານວຍຄວາມສະດວກໃຫ້ແກ່ພະນັກງານຜູ້ເສຍອົງຄະບໍ່ວ່າຈະເປັນທາງດ້ານການເງິນ, ງົບປະມານ, ດ້ານວັດຖຸ ແລະ ຈິດໃຈໃນການປະຕິບັດນະໂຍບາຍດ້ານຕ່າງໆຕໍ່ພະນັກງານເສຍອົງຄະຈາກການສູ້ຮົບ ແລະ ຮັບໃຊ້ສູ້ຮົບ. ຕໍ່ພະນັກງານບໍານານ ແລະ ພະນັກງານຜູ້ມີຜົນງານ ແລະ ຄຸນງາມຄວາມດີ ໃນພາລະກິດຮັບໃຊ້ການປະຕິວັດຊາດ ປະຊາທິປະໄຕ, ໂດຍພັກ ແລະ ລັດຖະບານ ກໍໄດ້ປະຕິບັດຕາມນິຕິກໍາ ແລະ ຄວາມສາມາດຕົວຈິງທີ່ມີ, ເຖິງແມ່ນວ່າບາງຄັ້ງຍັງບໍ່ທັນສາມາດຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການ ແລະ ບໍ່ທັນກັບເວລາ, ແຕ່ກໍໄດ້ພະຍາມເພື່ອແກ້ໄຂ ແລະ ສາມາດຕອບສະອງໄດ້ໂດຍພື້ນຖານ.

ໃນໂອກາດສຳຄັນນີ້,ທ່ານ ທອງລຸນ ສີສຸລິດ ກໍໄດ້ຮຽກຮ້ອງມາຍັງນັກຮົບປະຕິວັດກໍຄືອະດີດນາຍ ແລະ ພົນທະຫານ, ຈົ່ງສືບຕໍ່ຮັກສາມູນເຊື້ອດີງາມ, ທາດແທ້ປະຕິວັດ, ຄຸນທາດການເມືອງ ແລະ ຄຸນສົມບັສິທຳປະຕິວັດ ເພື່ອເປັນແບບຢ່າງທີ່ດີແກ່ຮຸ່ນຄົນລຸ້ນສືບທອດ. ພ້ອມນີ້, ກໍໃຫ້ທິດຊີ້ນໍາຄະນະພັກ, ຄະນະບັນຊາສູນຈົ່ງສືບຕໍ່ເອົາໃຈໃສ່ຄຸ້ມຄອງນໍາໃຊ້ວັດຖຸ-ອຸປະກອນທີ່ມີເພື່ອຮັບປະກັນການໃຊ້ງານໃຫ້ຍາວນານຂໍໃຫ້ບັນດາລຸງ, ປ້າ, ອາວ, ອາເອົາໃຈໃສ່ຮັກສາ ແລະ ເບິ່ງແຍງສຸຂະພາບຂອງຕົນໃຫ້ດີ. ຊຶ່ງໃນວາລະດຽວກັນ, ທ່ານເລຂາທິການໃຫຍ່ກໍໄດ້ມອບເຄື່ອງນຸ່ງ, ຢາປົວພະຍາດ ແລະ ເງິນສົດຈຳນວນໜຶ່ງໃຫ້ສູນ 790. ຈາກນັ້ນ, ກໍໄດ້ສືບຕໍ່ໄປຢ້ຽມຢາມຖາມຂ່າວ ແລະໃຫ້ຄວາມອົບອຸ່ນສູນພັດທະນາເສຍອົງຄະ 489 ອີກດ້ວຍ.

(ຂອບໃຈຂໍ້ມູນຈາກນັກຂ່າວກອງທັບ: ຈັນທະວົງ ອຸ່ນວິໄລຫົງ)