ທ່າກ້າວເສດຖະກິດຂອງແຂວງອັດຕະປື

ໃນໄລຍະ 5 ປີຜ່ານມາ, ເຖິງແມ່ນວ່າອັດຕາສະເລ່ຍຂອງລວມຍອດຜະລິດຕະພັພາຍໃນ ຫຼື GDP ຈະຢູ່ທີ່ 7,5% ຊຶ່ງຖືເປັນອັດຕາການຂະຫຍາຍຕົວທີ່ຍັງບໍ່ທັນບັນລຸຄາດໝາຍ ຫຼື ຫຼຸດແຜນການ 0,5%, ແຕ່ທ່າມກາງສະຖານະການລະບາດຂອງພະຍາດໂຄວິດ-19 ແລະ ບັນຫາທ້າທາຍຫຼາຍດ້ານ. ໂດຍການນຳແຂວງອັດຕະປື, ກໍໄດ້ພະຍາຍາມສູ້ຊົນພັດທະນາເສດຖະກິດ-ສັງຄົມໃຫ້ມີບາດກ້າວຂະຫຍາຍຕົວຢ່າງຕໍ່ເນື່ອງໃນໄລຍະປີ 2016-2020 ເຮັດໃຫ້ລວມຍອດຜະລິດຕະພັນພາຍໃນສະເລ່ຍຕໍ່ຫົວຄົນບັນລຸໄດ້ 2.011 ໂດລາສະຫະລັດ (ຫຼຸດແຜນ 889 ໂດລາ, ແຜນການແມ່ນ 2.900 ໂດລາ) ແຕ່ຖ້າທຽບໃສ່ປີ 2015 ແມ່ນເພີ່ມຂຶ້ນ 241 ໂດລາ ຫຼື ເພີ່ມຂຶ້ນ 14%.

ໂດຍທ່ານ ເລັດ ໄຊຍະພອນ ເຈົ້າແຂວງອັດຕະປື, ໄດ້ລາຍງານຜົນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ VIII, ທິດທາງແຜນການ 5 ປີ ຄັ້ງທີ IX ຕໍ່ກອງປະຊຸມສະໄໝສາມັນເທື່ອທີ II ຂອງສະພາປະຊາຊົນແຂວງ ຊຸດທີ 2 ຊຶ່ງຈັດຂຶ້ນເມື່ອວັນທີ 19 ມັງກອນ 2022, ໂດຍທ່ານໄດ້ຍົກໃຫ້ເຫັນວ່າ: ໂຄງປະກອບເສດຖະກິດໄດ້ປ່ຽນໄປຕາມທິດຫັນເປັນອຸດສາຫະກຳ ແລະ ທັນສະໄໝເທື່ອລະກ້າວ, ບໍ່ວ່າຈະເປັນຂະແໜງກະສິກຳ, ຂະແໜງອຸດສາຫະກຳ, ຂະແໜງບໍລິການ, ຊຶ່ງການລົງທຶນລວມທົ່ວສັງຄົມປະຕິບັດໄດ້ທັງໝົດ 6.743,31 ຕື້ກີບ ເທົ່າກັບ 95% ຂອງແຜນການ, ດ້ານລາຍຮັບງົບປະມານພາຍໃນແຂວງປະຕິບັດໄດ້ 686,24 ຕື້ກີບ ລື່ນແຜນ 14,37% (ແຜນການ 600 ຕື້ກີບ) ສະເລ່ຍເພີ່ມຂຶ້ນ 6,2% ຕໍ່ປີ, ສູນກາງຊ່ວຍດຸ່ນດ່ຽງ 1.134,55 ຕື້ກີບ, ມູນຄ່າການສົ່ງອອກປະຕິບັດໄດ້ 454,59 ລ້ານໂດລາ ລື່ນແຜນ 19% ສະເລ່ຍເພີ່ມຂຶ້ນ 12,6% ຕໍ່ປີ, ສ່ວນການນໍາເຂົ້າປະຕິບັດໄດ້ 231,26 ລ້ານໂດລາ ລື່ນແຜນ 81% ສະເລ່ຍເພີ່ມຂຶ້ນ 8,2% ຕໍ່ປີ, ດ້ານການຜະລິດ ແລະ ການບໍລິການ ກໍມີທ່າຂະຫຍາຍຕົວ ແລະ ສາມາດຕອບສະໜອງໃຫ້ແກ່ສັງຄົມໄດ້ໂດຍພື້ນຖານ.

ໃນໄລຍະ 5 ປີຜ່ານມາ, ການຜະລິດກະສິກຳ ປູກຝັງ-ລ້ຽງສັດ, ນັບແຕ່ການເຮັດນາ, ການປູກມັນຕົ້ນ, ການປູກອ້ອຍ, ປູກກາເຟ, ການລ້ຽງສັດໃຫຍ່, ການລ້ຽງໄກ່ ແລະ ລ້ຽງປາ ກໍເພີ່ມຂຶ້ນທັງປະລິມານ ແລະ ຄຸນນະພາບ. ພ້ອມນັ້ນ, ກໍມີການປັບປຸງໂຮງງານປຸງແຕ່ງໄມ້ ເພື່ອໃຫ້ຖືກຕ້ອງຕາມລະບຽບກົດໝາຍ, ໂດຍໄດ້ດັດສົມໂຮງງານເຟີຣ໌ນີເຈີຣ໌ ຈາກ 36 ແຫ່ງ ມາເປັນ 32 ແຫ່ງ, ສ່ວນວິສາຫະກິດຂະໜາດກາງ ແລະ ນ້ອຍ ກໍເພີ່ມຂຶ້ນທັງປະລິມານ ແລະ ຄຸນນະພາບ ເປັນຕົ້ນແມ່ນໂຮງງານນໍ້າດື່ມ-ນໍ້າກ້ອນ, ດິນຈີ່, ດິນບລ໊ອກ, ໂຮງສີເຂົ້າ, ການສົ່ງເສີມຜະລິດສິນຄ້າ ໜຶ່ງເມືອງໜຶ່ງຜະລິດຕະພັນ ສາມາດຮັບຮອງຜະລິດຕະພັນກາໝາຍໂອດອບ (ODOP) ໄດ້ 6 ຜະລິດຕະພັນ, ສົ່ງອອກໄປທົດລອງຢູ່ຕະຫຼາດຕ່າງປະເທດຈຳນວນໜຶ່ງ. ການລົງທຶນຂອງພາກເອກະຊົນຕ່າງປະເທດ ເປັນຕົ້ນແມ່ນຜະລິດຕະພັນນໍ້າຕານອ້ອຍ, ຢາງພາລາ, ກໍໄດ້ດໍາເນີນການຜະລິດ ແລະ ສົ່ງອອກເປັນປົກກະຕິ.

ຂະນະທີ່ການພັດທະນາພື້ນຖານໂຄງລ່າງດ້ານຕ່າງໆ ກໍໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ, ອັນໄດ້ປະກອບສ່ວນສຳຄັນຕໍ່ການຫັນປ່ຽນໂຄງປະກອບເສດຖະກິດຂອງແຂວງ. ມາຮອດປັດຈຸບັນ ທົ່ວແຂວງມີຕາໜ່າງເສັ້ນທາງຄົມມະນາຄົມຍາວ 1.500,85 ກີໂລແມັດ ທຽບໃສ່ 5 ປີຜ່ານມາເພີ່ມຂຶ້ນ 113,76 ກິໂລແມັດ, ບ້ານທີ່ເສັ້ນທາງເຂົ້າເຖິງມີ 144 ບ້ານ ເທົ່າກັບ 100%, ບ້ານມີໄຟຟ້າຊົມໃຊ້ມີ 144 ບ້ານ ເທົ່າກັບ 100%, ຄົວເຮືອນມີໄຟຟ້າຊົມໃຊ້ 29.029 ຄົວເຮືອນ ເທົ່າກັບ 95% ຂອງຄົວເຮືອນທັງໝົດ, ລະບົບໂທລະຄົມມະນາຄົມ ແລະ ການສື່ສານ ກວມເອົາ 144 ບ້ານ ເທົ່າກັບ 100%, ອັດຕາສ່ວນການຊົມໃຊ້ໂທລະສັບມີ 215.883 ນໍ້າເບີ ເທົ່າກັບ 1,3 ນໍ້າເບີຕໍ່ຄົນ ຫຼື 151%, ການບໍລິການອິນເທີຣ໌ເນ໊ຕ ມີ 83.922 ນໍ້າເບີ ກວມເອົາ 54% ຂອງປະຊາກອນ.