ທ່ານ ສີນາວາ ສຸພານຸວົງ ຮອງລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່, ພ້ອມດ້ວຍຜູ້ຕາງໜ້າຈາກບັນດາກະຊວງກ່ຽວຂ້ອງ ແລະຕາງໜ້າພະແນກພະລັງງານ ແລະ ບໍ່ແຮ່ 7 ແຂວງ(ຜົ້ງສາລີ, ອຸດົມໄຊ, ຫົວພັນ, ໄຊຍະບູລີ, ຄໍາມ່ວນ, ເຊກອງ ແລະ ອັດຕະປື) ໄດ້ຮ່ວມປະຊຸມຜ່ານລະບົບທາງໄກໃນການທາບທາມປະກອບຄໍາເຫັນ ເພື່ອສ້າງເນື້ອໃນທີ່ສົມບູນ ແລະສາມາດນໍາເຂົ້າຄົ້ນຄ້ວາພິຈາລະນາເພື່ອຮັບຮອງຢູ່ກອງປະຊຸມສະພາແຫ່ງຊາດໃນໄວໆນີ້.
ໂດຍຮອງລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່, ໃນນາມປະທານກອງປະຊຸມ, ໄດ້ກ່າວໃນວາລະດຳເນີນການປຶກສາຫາລືເມື່ອວັນທີ 19 ມັງກອນ 2022 ວ່າ “ຜ່ານການກວດກາຕົວຈິງຢູ່ບັນດາເຂື່ອນ ແລະ ການຈັດປະຊຸມຖອດຖອນບົດຮຽນຄວາມປອດໄພຂອງເຂື່ອນຫຼາຍຄັ້ງ, ສາມາດສະຫຼຸບໄດ້ວ່າ: ໃນໄລຍະຜ່ານມາ, ບັນດາກົດໝາຍ ແລະ ນິຕິກໍາຄຸ້ມຄອງຄວາມປອດໄພຂອງເຂື່ອນຢູ່ປະເທດເຮົາຍັງມີໜ້ອຍ ແລະ ບໍ່ທັນເໝາະສົມກັບສະພາບການຂອງໂລກປັດຈຸບັນທີ່ມີໄພທໍາມະຊາດເກີດຫຼາຍຂຶ້ນ ແລະ ຮ້າຍແຮງຂຶ້ນ, ຊຶ່ງນິຕິກໍາຍັງມີລັກສະນະສົ່ງເສີມການລົງທຶນຫຼາຍ ແຕ່ບໍ່ທັນເວົ້າເຖິງຄວາມປອດໄພຫຼາຍ, ການຈັດຕັ້ງປະຕິບັດ ແລະ ການບັງຄັບໃຊ້ກົດໝາຍ ຫຼື ນິຕິກໍາຍັງບໍ່ທັນແຂງແຮງ, ການແບ່ງຂັ້ນຄຸ້ມຄອງ ແລະ ຄວາມຮັບຜິດຊອບໃຫ້ພາກສ່ວນທີ່ກ່ຽວຂ້ອງໃນດ້ານຄວາມປອດໄພຂອງເຂື່ອນ ຍັງບໍ່ທັນຈະແຈ້ງ ແລະ ບໍ່ທັນລະອຽດ, ຄວາມຮູ້ຄວາມສາມາດ ແລະ ຄວາມເອົາໃຈໃສ່ຄຸ້ມຄອງເຂື່ອນໃຫ້ມີຄວາມປອດໄພ ຂອງຂະແໜງພະລັງງານ ແລະ ບໍ່ແຮ່ ນັບແຕ່ສູນກາງ ແລະ ທ້ອງຖິ່ນກໍຍັງບໍ່ທັນເຮັດໄດ້ດີ ແລະ ບັນຫາອື່ນໆ”.
ປັດຈຸບັນ, ສປປ ລາວ ມີເຂື່ອນໄຟຟ້າ 88 ແຫ່ງ ແລະ ບໍ່ແຮ່ ອີກ 10 ແຫ່ງ, ໄລຍະຜ່ານມາໄດ້ເກີດບັນຫາ 3 ເຂື່ອນແຕກພັງໃນປີ 2015, 2017 ແລະ 2018. ໃນນີ້, ເສຍຫາຍໜັກແມ່ນການແຕກພັງຂອງເຂື່ອນ ເຊປ່ຽນ-ເຊນໍ້ານ້ອຍ ຊຶ່ງເປັນໂຄງການຂະໜາດໃຫຍ່, ຕັ້ງຢູ່ພື້ນທີ່ແຂວງຈໍາປາສັກ ແລະ ແຂວງອັດຕະປື. ຈາກບົດຮຽນທີ່ເກີດຂຶ້ນນັ້ນ, ຈິ່ງຮຽກຮ້ອງໃຫ້ທຸກພາກສ່ວນ, ຂະແໜງການທີ່ກ່ຽວຂ້ອງ, ຕ້ອງໄດ້ປະກອບຄຳເຫັນໃສ່ຮ່າງກົດໝາຍວ່າດ້ວຍຄວາມປອດໄພຂອງເຂື່ອນ. ໝາຍຄວາມວ່າ: ພາກສ່ວນທີ່ມີໜ້າທີ່ຄຸ້ມຄອງ ແລະ ອະນຸຍາດການວາງແຜນ, ກໍ່ສ້າງ ແລະດໍາເນີນງານ,ຕ້ອງໄດ້ມີຄຳເຫັນ ແລະມີສ່ວນຮັບຜິດຊອບເພາະຮ່າງກົດໝາຍສະບັບນີ້, ຈະໄດ້ຄຸ້ມຄອງເຂື່ອນທຸກປະເພດ, ຈັດປະເພດເຂື່ອນ ແລະ ແບ່ງເຂື່ອນຢູ່ໃນຄວາມສ່ຽງຂັ້ນຕ່າງໆ, ກໍານົດວຽກຄວມຄຸມມາດຕະຖານ ຫຼື ຄຸນນະພາບໃນແຕ່ລະຂັ້ນຕອນການພັດທະນາເຂື່ອນ, ແບ່ງຄວາມຮັບຜິດຊອບໃນການອະນຸຍາດ ແລະການກວດກາຄຸນນະພາບຂອງເຂື່ອນໃນແຕ່ລະຂັ້ນລະຫວ່າງສູນກາງ ແລະທ້ອງຖິ່ນ.
ຮ່າງກົດໝາຍວ່າດ້ວຍຄວາມປອດໄພຂອງເຂື່ອນ ປະກອບມີ XII ພາກ, 92 ມາດຕາ, ແມ່ນໜຶ່ງໃນກົດໝາຍທີ່ນອນຢູ່ໃນແຜນການສ້າງຂອງລັດຖະບານແຕ່ປີ 2021-2025, ໂດຍສະພາແຫ່ງຊາດຈະໄດ້ຮັບຮອງເອົາຮ່າງກົດໝາຍສະບັບນີ້, ໃນກອງປະຊຸມສະໄໝສາມັນ ເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ IX ຊຶ່ງຈະຈັດຂຶ້ນໃນເດືອນມິຖຸນາ 2022 ນີ້.