ມ.ສ ວຽງຈັນ ທົດລອງເປີດການສອນທ້າຍມັງກອນນີ້

ໂຮງຮຽນມັດທະຍົມສຶກສາສົມບູນວຽງຈັນ (ມ.ສ ວຽງຈັນ) ຈະເລີ່ມເປີດທົດລອງການສອນ-ການຮຽນປົກກະຕິສະເພາະຊັ້ນ ມ.7, ຫຼັງຈາກທີ່ທາງໂຮງຮຽນໄດ້ຮັບການປະເມີນຜ່ານ 35 ຂໍ້ແນະນຳ ຈາກທັງໝົດ 40 ຂໍ້, ຖ້າຫາກວ່າສະພາບການລະບາດຂອງພະຍາດໂຄວິດ-19 ບໍ່ຮຸນແຮງ ລະຫາກຜ່ານການກວດກາຕົວຈິງໂດຍຂັ້ນເທິງ, ກໍຄາດວ່າຈະສາມາດເປີດຮຽນແບບເຊິ່ງໜ້າບັ້ນທົດລອງຂອງຊັ້ນ ມ.7 ເລີ່ມວັນທີ 31 ມັງກອນນີ້.

ທ່ານ ທອງພັນ ອຸໄລທອນ ຜູ້ອຳນວຍການໂຮງຮຽນ ມ.ສ ວຽງຈັນ, ໃຫ້ຮູ້ວ່າ: ອີງໃສ່ 10 ມາດຕະການ ແລະ 40 ຂໍ້ແນະນຳທີ່ກະຊວງສາທາລະນະສຸກວາງອອກ ແລະ ອີງຕາມການປະເມີນໃນ 40 ຂໍ້, ທາງ ມ.ສ ວຽງຈັນ ຜ່ານຢູ່ 35 ຂໍ້ ຫຼືເກືອບ 100%, ຜ່ານການປະເມີນຄວາມຄິດເຫັຂອງຜູ້ປົກຄອງແມ່ນ 50% ເຫັນດີໃຫ້ລູກຫຼານມາໂຮງຮຽນຕາມປົກກະຕິ.

ສຳລັບຊັ້ນ ມ.7 ທີ່ຈະເປີດຮຽນໃນຄັ້ງນີ້, ມີຈຳນວນນັກຮຽນ 536 ຄົນ ຊຶ່ງໄດ້ສັກວັນເກືອບ 90% ໂດຍຖືເອົາຜູ້ທີ່ສະໝັກໃຈມາຮຽນທົດລອງ 245 ຄົນ, ສ່ວນຜູ້ທີ່ບໍ່ສະໝັກໃຈມາຮຽນ, ທາງໂຮງຮຽນກໍຈະສືບຕໍ່ສອນອອນໄລນ໌ເພື່ອໃຫ້ໄດ້ຮຽນຢ່າງຕໍ່ເນື່ອງຕາມຫຼັກສູດ, ຊຶ່ງຖ້າການເປີດຮຽນທົດລອງໃນຄັ້ງນີ້ເປັນໄປຕາມແຜນທີ່ວາງໄວ້ ແລະ ບໍ່ມີພະຍາດລະບາດ, ໃນຕໍ່ໜ້າທາງໂຮງຮຽນກໍຈະສືບຕໍ່ເປີດຮຽນໃນຊັ້ນ ມ.4 ແລະ ຊັ້ນອື່ນໆ.

ຢ່າງໃດກໍຕາມ, ການຮຽນ-ການສອນອອນໄລນ໌ ໃນໄລຍະລະບາດຂອງພະຍາດໂຄງິດ-19ຊຶ່ງໂດຍລວມແລ້ວກໍເຫັນວ່າຍັງບໍ່ໄດ້ຜົນດີເທົ່າທີ່ຄວນ, ແມ່ນວ່າຄູ-ອາຈານຈະພະຍາຍາມສົ່ງຄວາມຮູ້ຢ່າງເຕັມທີ່. ແຕ່ດ້ວຍຂໍ້ຈຳກັດດ້ານອຸປະກອນໄອທີ, ສັນຍານອິນເທີຣ໌ເນ໊ຕ, ຂໍ້ຈຳກັດດ້ານລາຍໄດ້ທີ່ກະທົບເຖິງຄ່າໃຊ້ຈ່າຍໃນຄົວເຮືອນ, ຄວາມຂາດເຂີນຂອງຫຼາຍຄອບຄົວ ແລະການຂາດຄວາມເອົາໃຈໃສ່ດ້ວຍຫຼາຍປັດໄຈຂອງຜູ້ປົກຄອງຈຳນວນໜຶ່ງ ແລະບັນຫາອື່ນໆ, ຈິ່ງເຮັດໃຫ້ການສອນ-ການຮຽນອອນໄລນ໌ ຍັງບໍ່ທັນໄດ້ຮັບຜົນດີ.