ກອງທັບປະຊາຊົນລາວ ກອງທັບວິລະຊົນ ຊາດລາວວິລະຊົນ

ກອງທັບປະຊາຊົນລາວ ສຶບຕໍ່ຮັກສາມູນເຊື້ອປະຕິວັດ, ຕໍ່ສູ້ເດັດດ່ຽວ, ພິລະອາດຫານ, ບໍ່ຍອມ ຈໍານົນ, ຍາກປານໃດກໍບຸກ, ທຸກປານໃດກໍສູ້, ເຖິງຈະເສຍສະຫຼະກໍບໍ່ຫວາດຫັ່ນ, ຍາມໃດກໍສະໜອງຕອບຕໍ່ຄວາມຮຽກຮ້ອງຕ້ອງການຂອງພັກ ດ້ວຍຄວາມຈົງຮັກພັກດີ,ບໍລິສຸດ ແລະ ເດັດດ່ຽວໜຽວແໜ້ນ. ກອງທັບເຮົາຍາມໃດກໍອີງໃສ່ປະຊາຊົນ, ເຮັດທຸກສິ່ງທຸກຢ່າງເພື່ອຜົນປະໂຫຍດຂອງປະຊາຊົນດ້ວຍຄວາມບໍລິສຸດໃຈ. ຍ້ອນແນວນັ້ນ, ຈິ່ງໄດ້ຮັບຄວາມເອົາໃຈໃສ່ເບິ່ງແຍງດູແລ, ຖະໜອມຫອມຮັກແລະ ອຸ້ມຊູຊ່ວຍເຫຼືອຈາກປະຊາຊົນບັນດາເຜົ່າ, ອັນໄດ້ເປັນບໍ່ເກີດຂອງກໍາລັງແຮງທີ່ບໍ່ເຫືອດແຫ້ງຈັກເທື່ອ. ກອງທັບປະຊາຊົນລາວ ສົມແລ້ວທີ່ເປັນກອງທັບວິລະຊົນ, ຊາດລາວວິລະຊົນ.

ນີ້ຄືໜຶ່ງໃນບົດໂອ້ລົມຂອງ ສະຫາຍ ພັນຄໍາ ວິພາວັນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ໃນໂອກາດທີ່ທ່ານດ້ວຍພ້ອມຄະນະ, ໄດ້ເຄື່ອນ​ໄຫວຢ້ຽມຢາມ, ໂອ້ລົມ ນາຍ ແລະ ພົນທະຫານຢູ່ກອງພົນທີ 2 ເມື່ອວັນທີ 19 ມັງກອນ 2022, ເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 73 ປີ (20 ມັງກອນ1949-20 ມັງກອນ 2022), ມີການນໍາແຂວງໄຊຍະບູລີ, ຄະນະນໍາກະຊວງປ້ອງກັນປະເທດ, ຄະນະພັກ-ຄະນະບັນຊາ, ນາຍ - ພົນທະຫານ, ພະນັກງານປະຕິວັດອາວຸໂສ ແລະ ແຂກຖືກເຊີນເຂົ້າຮ່ວມ.

ໂອກາດນີ້, ສະຫາຍ ພົນຈັດຕະວາ ວຽງແກ້ວ ສີສຸລາດ ຫົວໜ້າການເມືອງກອງພົນທີ 2 ໄດ້ຍົກໃຫ້ເຫັນຜົນງານ ແລະ ໄຊຊະນະໃຫຍ່ຫຼວງ ທີ່ເປັນປະຫວັດສາດຂອງກອງທັບເຮົາທີ່ຍາດມາໄດ້ຕະຫຼອດໄລຍະ 73 ປີ ຜ່ານມາ, ພາຍໃຕ້ການນຳພາອັນຖືກຕ້ອງ ແລະ ສະຫຼາດສ່ອງໃສຂອງພັກປະ ຊາຊົນ ປະຕິວັດລາວ, ກອງທັບໄດ້ສ້າງວິລະກຳອັນລໍ້າເລີດ ຈາລຶກໄວ້ໃນໜ້າປຶ້ມຄຳປະຫວັດສາດ ຂອງກອງທັບປະຊາຊົນລາວ ແລະ ຂອງຊາດລາວ, ຈາກການຂະຫຍາຍຕົວຂອງກອງໂຄສະນາປະກອບອາວຸດ, ທີ່ສ້າງຕັ້ງຂຶ້ນໃນທ້ອງຖິ່ນຕ່າງໆ ແລະ ມີອາວຸດຍຸດໂທປະທີ່ປະຖົມປະຖານ, ກອງທັບໄດ້ເຕີບໃຫຍ່ຂຶ້ນຢ່າງວ່ອງໄວທັງດ້ານປະລິມານ ແລະ ຄຸນນະພາບ. ກາຍເປັນກອງທັບປະຕິວັດ ມີແບບແຜນທັນສະໄໝ, ປະກອບດ້ວຍບັນດາເຫຼົ່າຮົບ, ພ້ອມກັບກຳລັງປວງຊົນລາວທັງຊາດ ສູ້ຮົບເດັດດ່ຽວອາດຫານ, ຍິ່ງສູ້ຮົບຍິ່ງເຕີບໃຫຍ່ເຂັ້ມແຂງ, ຍິ່ງຕີກໍຍິ່ງຍາດໄດ້ໄຊຊະນະອັນໃຫຍ່ຫຼວງ​ຂຶ້ນເລື້ອຍໆ. ຈິ່ງສາມາດເຮັດສຳເລັດພາລະກຳປະຫວັດສາດທີ່ພັກ ແລະ ປະຊາຊົນມອບໝາຍໃຫ້ຄື: ຕີເອົາຊະນະສັດຕູຜູ້ຮຸກຮານ ແລະ ສະຖາປະນາ ສປປ ລາວ ຂຶ້ນໃນວັນທີ 2 ທັນວາ ປີ 1975 ຢ່າງສະຫງ່າຜ່າເຜີຍ.

ພາຍຫຼັງປະເທດຊາດໄດ້ຮັບການປົດປ່ອຍ ໂດຍກຳແໜ້ນ 2 ໜ້າທີ່ຍຸດທະສາດຂອງພັກ, ກອງທັບ ໄດ້ເສີມຂະຫຍາຍທາດແທ້ມູນເຊື້ອຂອງຕົນ, ອອກແຮງປັບປຸງກໍ່ສ້າງກໍາລັງປ້ອງກັນຊາດຢ່າງຮອບດ້ານກຽມພ້ອມສູ້ຮົບ ແລະ ສູ້ຮົບມີໄຊເປັນກຳລັງຫຼັກແຫຼ່ງ ແກ່ນສານໃນການສະກັດກັ້ນ ແລະ ທັບມ້າງທຸກກົນອຸບາຍຂອງພວກອິດທິກຳລັງປໍລະປັກທີ່ຫວັງມ້າງເພທຳລາຍ ເກາະຜິດດ້ວຍອາວຸດ. ກອງທັບປະຊາຊົນລາວ ປົກປັກຮັກສາໄດ້ຄວາມສະຫງົບຕາມຊາຍແດນ ແລະ ຮັກສາໄດ້ຜືນແຜ່ນດິນອັນຄົບຖ້ວນຂອງຊາດໄວ້ໄດ້ຢ່າງໝັ້ນຄົງ, ຮັບປະກັນສະຖຽນລະພາບ ແລະ ຄວາມສະຫງົບທາງດ້ານການເມືອງໄວ້ໄດ້ຢ່າງໜັກແໜ້ນ, ປະກອບສ່ວນຢ່າງໃຫຍ່ຫຼວງເຂົ້າໃນການສ້າງສາ ແລະ ພັດທະນາເສດຖະກິດ-ສັງຄົມຂອງຊາດໃນແຕ່ລະໄລຍະຢ່າງສົມກຽດ. ໃນນັ້ນ, ກອງພົນທີ 2 ໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ, ມະຕິກອງປະຊຸມໃຫຍ່ຄັ້ງທີ V ຂອງອົງຄະນະພັກກະຊວງປ້ອງກັນປະເທດ ສາມາດປະຕິບັດບັນດາຄາດໝາຍສູ້ຊົນ ເຮັດໃຫ້ປະເທດຊາດມີສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບປອດໄພໂດຍພື້ນຖານ, ໂດຍສະເພາະການປ້ອງກັນບັນດາເປົ້າໝາຍສໍາຄັນ, ວັນບຸນປະຫວັດສາດ ແລະ ກອງປະຊຸມຕ່າງໆທັງລະດັບພາຍໃນ ແລະ ສາກົນ ມີຄວາມສະຫງົບ 100%. ໄປຄຽງກັນນັ້ນຄະນະພັກ-ຄະນະບັນຊາ ຍັງໄດ້ຫັນເອົາກໍາລັງລົງກໍ່ສ້າງຮາກຖານການເມືອງພັດທະນາຊົນນະບົດຮອບດ້ານຕາມ 4 ເນື້ອໃນ 4 ຄາດໝາຍ, ສຸມໃສ່ສ້າງບ້ານປ້ອງກັນຊາດເຂັ້ມແຂງ, ກຸ່ມບ້ານປ້ອມໝັ້ນສູ້ຮົບເຂັ້ມແຂງໄດ້ເພີ່ມຂຶ້ນທັງຈໍານວນ ແລະ ຄຸນນະພາບ, ຍູ້ແຮງການອົບຮົມ-ຫັດແອບການເມືອງ, ການທະຫານ, ພະລາທິການ, ເທຄນິຄ, ສິລະປະຍຸດ-ຍຸດທະວິທີຂອງທະຫານຮາບ ແລະ ເຫຼົ່າຮົບວິຊາສະເພາະໃຫ້ມີຄວາມຊຳນິຊໍານານ ແລະ ວຽກ​ງານ​ອື່ນໆ​ກໍຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ.

ຂອບໃຈຂໍ້ມູນຈາກ: ຂ່າວສານກະ​ຊວງ​ປ້ອງ​ກັນ​ປະ​ເຫດ