ໂຄວິດ ຍັງຈະຢູ່ກັບຊາວໂລກໄປອີກດົນ

ອົງການອະນາໄມໂລກ (WHO), ໄດ້ເຕືອນວ່າ: ການລະບາດຂອງໂຄວິດຈະບໍ່ຈົບງ່າຍ. ໂດຍທ່ານ ທີໂດຣສ ອັດຮາອມ ກີບີຣເຢຊຸສ ຜູ້ອໍານວຍການໃຫຍ່ WHO, ລະບຸວ່າ “ການແພ່ລະບາດຂອງພະຍາດໂຄວິດ-19 ຍັງບໍ່ມີທ່າທີທີ່ຈະຈົບລົງ” ພ້ອມຕັ້ງຂໍ້ສົງໄສໃນຂໍ້ສະຫຼຸບກ່ຽວກັບໄວຣັສກາຍພັນສາຍພັນ “ໂອມິຄຣອນ” ທີ່ວ່າມີອາການບໍ່ຮຸນແຮງ ແລະຈະຊ່ວຍກຳຈັດໄພຄຸກຄາມທີ່ເກີດຂຶ້ນຈາກໂຄໂຣນາໄວຣັສ.

ສຳນັກຂ່າວຕ່າງປະເທດໄດ້ລາຍງານໃນວັນທີ 19 ມັງກອນ 2022, ໂດຍອ້າງການຖະແຫຼງຂອງ ຜູ້ອໍານວຍການໃຫຍ່ WHO, ທີ່ສຳນັກງານໃຫຍ່ອົງການອະນາໄມໂລກ ໃນນະຄອນເຈນີວາ ປະເທດສະວິຕເຊີຣ໌ແລນດ໌ ວ່າ: ໂອມິຄຣອນ ເປັນສາເຫດທີ່ເຮັດໃຫ້ເກີດການຕິດເຊື້ອກໍລະນີໃໝ່ເຖິງ 18 ລ້ານຄົນ ເມື່ອສັບປະດາທີ່ຜ່ານມາ, ເຖິງແມ່ນວ່າອາການຂອງຜູ້ຕິດເຊື້ອເບິ່ງຄືຈະບໍ່ຮຸນແຮງຫຼາຍ, ແຕ່ການບອກເລົ່າໃນທຳນອງທີ່ວ່າ: ມັນເປັນໂຣກບໍ່ຮ້າຍແຮງນັ້ນ “ເປັນເລື່ອງທີ່ເຮັດໃຫ້ຄົເຂົ້າໃຜິດ”.

ທັງນີ້, ຜູ້ອຳນວຍການໃຫຍ່ອົງການອະນາໄມໂລກ ກໍໄດ້ຢໍ້າເຕືອນວ່າ “ການທີ່ມີຜູ້ຕິດເຊື້ອໂອມິຄຣອນ ເພີ່ມຂຶ້ນຢ່າງໜ້າວິຕົກໃນທົ່ວໂລກ, ນັ້ນເປັນສັນຍານເຕືອນວ່າ: ໄວຣັສກາຍພັນໃໝ່ໆກໍມີໂອກາດທີ່ຈະເກີດຂຶ້ນເຊັ່ນກັນ. ນີ້ຈິ່ງເປັນເຫດຜົນທີ່ວ່າເປັນຫຍັງການຕິດຕາມກວດສອບ ແລະ ປະເມີນຜົນຈິ່ງມີຄວາມສຳຄັນຫຼາຍ”.

ທາງດ້ານ ທ່ານ ໄມຄ໌ ໄຣອັນ ຜູ້ອຳນວຍການຝ່າຍສະຖານະການສຸກເສີນຂອງ WHO, ກໍອອກມາເຕືອນວ່າ: ການທີ່ເຊື້ອໂອມິຄຣອນ ເພີ່ມຄວາມສາມາດໃນການແພ່ລະບາດ, ຈະຍິ່ງເພີ່ມໂອກາດໃນການເຂົ້າປິ່ນປົວຢູ່ໂຮງໝໍ ແລະ ເພີ່ມຄວາມສ່ຽງຕໍ່ການເສຍຊີວິດ, ເປັນຕົ້ນກໍແມ່ນປະເທດທີ່ປະຊາກອນບໍ່ໄດ້ສັກວັຄຊີນຫຼາຍ, ຊຶ່ງການເພີ່ມຂຶ້ນຂອງຜູ້ຕິດເຊື້ອ, ຈະນຳໄປສູ່ການເພີ່ມຂຶ້ນຢ່າງຫຼີກເວັ້ນບໍ່ໄດ້ຂອງຜູ້ປ່ວຍທີ່ຕ້ອງໄດ້ເຂົ້າໂຮງໝໍ ແລະຕົວເລກຜູ້ເສຍຊີວິດ.